ລາຄາຄຳຮູບປະພັນ ຍັງສືບຕໍ່ປັບຂຶ້ນຢ່າງຕໍ່ເນື່ອງ ທ່າມກາງການອ່ອນຄ່າຂອງເງິນກີບ ເມື່ອທຽບກັບສະກຸນເງິນໂດລາສະຫະລັດ ແລະ ເງິນບາດໄທ. ຫຼ້າສຸດໃນການປັບລາຄາຄັ້ງທີ3ຂອງຮ້ານຄຳພູຸວົງໃນວັນທີ 12 ພຶດສະພາ2022 ລາຄາຂຶ້ນຈຸລະດັບ15.039.000ກີບຕໍ່1ບາດແລ້ວ.
ໃນວັນທີ 12 ພຶດສະພາ 2022 ເປັນວັນທີ່ລາຄາຄຳຮູບປະພັນ ຜັນຜວນທີ່ສຸດ ເຊິ່ງໃນເວລາທີ່ແອັດມິນອັບເດດຢູ່ນີ້ ຮ້ານຄຳພູວົງມີການປັບລາຄາເຖິງ6 ຄັ້ງແລ້ວ.
ໃນວັນທີ12 ພຶດສະພາ 2022ຮ້ານຄຳພູວົງເປີດຕະຫຼາດໃນເວລາ9:27ໂມງຂາຍອອກທີ່ 14.639.000ກີບຕໍ່1ບາດ ປັບຂຶ້ນຈາກລະດັບ14.459.000ກີບ/ບາດໃນວັນທີ11 ພຶດສະພາ 2022.
ເວລາ10:19ໂມງ ປັບຄັ້ງທີ2 ຂຶ້ນມາຢູ່ທີ່ 14.799.000ກີບຕໍ່1ບາດ
ເວລາ11:30ໂມງ ປັບຄັ້ງທີ3 ຂຶ້ນມາຢູ່ທີ່ 14.909.000ກີບຕໍ່1ບາດ
ເວລາ12:36ໂມງ ປັບຄັ້ງທີ4 ຂຶ້ນມາຢູ່ທີ່15.039.000ກີບຕໍ່1ບາດ
ເວລາ13:06ໂມງ ປັບຄັ້ງທີ5 ລົງມາຢູ່ທີ່ 15.009.000ກີບຕໍ່1ບາດ
ເວລາ13:40ໂມງ ປັບຄັ້ງທີ6 ລົງມາຢູ່ທີ່14.969.000ກິບຕໍ່1ບາດ
ເວລາ14:16ໂມງ ປັບຄັ້ງທີ7 ລົງມາຢູ່ທີ່ 14.909.000ກີບຕໍ່1ບາດ