ຊີ້ແຈງດ່ວນ ເປັນເລື້ອງແທ້ບໍ່ ວອນພາກສ່ວນກ່ຽວຂ້ອງລົງກວດສອບດ່ວນ ປໍ້ານໍ້າມັນແຖວສີ່ແຍກທາດຫຼວງ ຕ້ອງຊື້ເຄື່ອງໃນອາເມຊອນຈັງໃຫ້ເຕີມນໍ້າມັນໃຫ້
ລົດໃຫຍ່ ຕ້ອງຊື້ ຄົບ100 000 ກີບຈັ່ງເຕີມໃຫ້ ລົດຈັກ ຕ້ອງຊື້ຄົບ 50 000 ກີບ ຈັ່ງເຕີມໃຫ້
ຈາກສະຖານະການທີ່ປໍ້ານ້ຳມັນຫຼາຍໆແຫ່ງໃນນະຄອນຫຼວງວຽງຈັນ ໄດ້ປິດຕົວລົງຊົ່ວຄາວ ເຮັດໃຫ້ປະຊາຊົນມີຄວາມຍາກລໍາບາກໃນການຊອກຫານ້ຳມັນມາຊົມໃຊ້.
ປະເດັນຂຶ້ນກ່ຽວກັບນ້ຳມັນໃນໄລຍະຫຼາຍມື້ມານີ້ ເຊັ່ນດຽວກັນກັບມື້ນີ້ ວັນທີ 12 ພຶດສະພາ 2022 ໄດ້ມີຜູ້ໃຊ້ Facebook ໄດ້ອອກມາໂພສຮູບພາບກ່ຽວກັບເງື່ອນໄຂໃນການຕື່ມນ້ຳມັນຂອງ ປ້ໍານ້ຳມັນ ປຕທ ສາຂາ ສີ່ແຍກທາດຫຼວງ ທີ່ລູກຄ້າຕ້ອງໄດ້ຊື້ສິນຄ້າພາຍໃນ ຮ້ານ ອາເມຊອນ.
ຢ່າງໃດກໍຕາມ ບໍ່ຮູ້ວ່າເລື່ອງນີ້ມີຂໍ້ເທັດຈິງແນວໃດ ຖ້າຫາກວ່າມັນແມ່ນເລື່ອງແທ້ ກໍຕ້ອງໄດ້ລໍຖ້າທາງຜູ້ທີ່ກ່ຽວຂ້ອງມາຊີ້ແຈງຕື່ມ.