ຄົນເກີດວັນອາທິດ:ການງານເຮັດທຸລະກິດການຄ້າຈະປະສົບຄວາມສຳເລັດໄດ້ກຳໄລດີ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ເຂົ້າມາຊ່ວຍເຫຼືອ ຄວາມຮັກເດີນທາງໄກແລ້ວຈະໄດ້ພົບຄົນມີສະເໜ່ເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ6
ຄົນເກີດວັນຈັນ:ການງານພົບອຸປະສັກຕິດຂັດຊັກຊ້າໃນເລື່ອງການງານ ການເງິນຢູ່ໃນສະຖານະການປະຢັດຈະເຮັດໃຫ້ທ່ານມີເງິນເກັບ ຄວາມຮັກໄດ້ພົບຄົນຜິວຂາວເຂົ້າມາໃຫ້ທ່ານໄດ້ຮູ້ຈັກ
ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນດໍາ ເລກນຳໂຊກ 9
ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າຈະມີຍອດຂາຍທະລຸເປົ້າ ການເງິນມີຂ່າວດີເລື່ອງການເງິນ ຄວາມຮັກໄດ້ພົບຮັກແບບບໍ່ທັນຕັ້ງໂຕກັບຄົນທີ່ທ່ານຮັກ ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນສີນໍ້າຕານ ເລກນຳໂຊກ7
ຄົນເກີດວັນພຸດ:ການງານເຮັດທຸລະກິດຈະປະສົບຄວາມສຳເລັດ ການເງິນໂຊກດີຈະໄດ້ຮັບເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຄົນສະຫຼຽວສະຫຼາດ ຊ່າງເວົ້າຊ່າງວ່າ ມີຄວາມສາມາດ
ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີບົວ ເລກນຳໂຊກ 9
ຄົນເກີດວັນພະຫັດ:ການງານພົບຄວາມຈະເລີນຮຸ່ງເຮືອງ ແລະ ກ້າວໜ້າໃນເລື່ອງການງານ ການເງິນຈະໄດ້ເງິນຈາກສາມາດຂອງທ່ານເອງເຂົ້າມາເພື່ອໃຊ້ຈ່າຍ ຄວາມຮັກໄດ້ພົບຄົນຜິວສອງສີເປັນຕົນທີ່ມີຄວາມສາມາດເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ7
ຄົນເກີດວັນສຸກ:ການງານສ້າງສັນຜົນງານໄດ້ດີປະສົບຄວາມສຳເລັດ ການເງິນໄດ້ຮັບເງິນຈາກການເຮັດວຽກງານພິເສດ ຄວາມຮັກໄດ້ພົບຄູ່ຄອງຮັກແທ້ເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນແຫວນຄໍາ
ສີມຸງຄຸນສີມ່ວງ ເລກນຳໂຊກ8
ຄົນເກີດວັນເສົາ:ການງານເກີດການປ່ຽນແປງຍົກຍ້າຍໃນເລື່ອງວຽກງານ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກພົບເລື່ອງຄຽດໃນເລື່ອງຄວາມຮັກເພາະບໍ່ມີເວລາໃຫ້ກັນຄືແຕ່ກ່ອນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີດໍາ ເລກນຳໂຊກ2