ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ແຈ້ງເຊີນ ທ່ານ ຜູ້ອຳນວຍການທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ທ່ານ ປະທານທະນາຄານພັດທະນາລາວ, ທ່ານ ປະທານທະນາຄານສົ່ງເສີມກະສິກຳ, ທ່ານ ປະທານທະນາຄານ ເອັສ ທີ ແມ໋ງ, ທ່ານ ປະທານທະນາຄານ ພົງສະຫວັນ.
ເພື່ອປຶກສາຫາລືການພົບປະລະຫວ່າງ 3 ເອກອັກຄະລັດຖະທູດ ປະຈໍາ ສ ປປ ລາວ (ສປ ຈີນ, ສສ ຫວຽດນາມ, ສ ຣັດເຊຍ) ກັບ ກະຊວງກ່ຽວຂ້ອງ ແລະ ຜູ້ປະກອບການ ກ່ຽວກັບມາດຕະການຕົວຈິງໃນການ ແກ້ໄຂບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ພາຍໃຕ້ການເປັນປະທານຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານຂົງເຂດເສດຖະກິດ.