ແຊຊື່ນຊົມ ນັກກິລາທີມຊາດລາວ ເບີ 16 ຍອມເຈັບເພື່ອຊ່ວຍທີມຊາດກໍາປູເຈຍທີ່ຈະກັດລິ້ນຕົນເອງ ນໍ້າໃຈຄົນລາວສຸດຍອດ ເຖິງທີມຊາດລາວຈະບໍ່ຊະນະແຕ່ກໍ່ຍັງມີເລື່ອງດີໆເກີດຂື້ນນັກເຕະທີມຊາດລາວຊ່ວຍນັກເຕະທີມຊາດກຳປູເຈຍ
ແອັດ ວຽງຄຳ ນັກກິລາໝາຍເລກ16 ຂອງທີມຊາດລາວ ເອົານິວມືເບື້ອງຂວາຂອງຕົນເອງໃຫ້ນັກເຕະກຳປູເຈຍກັດເພື່ອບໍ່ໃຫ້ນັກເຕະທີ່ກຳລັງນອນບາດເຈັບຢູ່ກັດລິ້ນໂຕເອງ.
ຖືເປັນເລື່ອງດີໆ ແລະ ໜ້າພູມໃຈ ແບບບໍ່ສົນວ່າຕົນຈະເຈັບ ຂໍພຽງຊ່ວຍໃຫ້ເພື່ອນນັ້ນບໍ່ບາດເຈັບ ຫຼື ມີອາການຮ້າຍແຮງໄດ້ໃຈທຸກຄົນໄປເລີຍ ເຖິງວ່າແມັດທີ່ລາວ ເຈິກໍາປູເຈຍ ໃນຊີເກມໃນວັນທີ 9 ພຶດສະພາ 2022 ລາວຈະເສຍໃຫ້ກໍາປູເຈຍ 4:1 ປະຕູ ແນວໃດກໍເຊຍລາວ ສູ້ໆ
ແຊຊື່ນຊົມ ນັກກິລາທີມຊາດລາວ ເບີ 16 ຍອມເຈັບເພື່ອຊ່ວຍທີມຊາດກໍາປູເຈຍທີ່ຈະກັດລິ້ນຕົນເອງ ນໍ້າໃຈຄົນລາວສຸດຍອດ
ພາບຈາກ: ASEAN FOOTBALL