ເມື່ອບໍ່ນານມານີ້ ເວັບໄຊຕ່າງປະເທດໄດ້ລາຍງານວ່າ Deng Lingyun ເດັກນ້ອຍນັກຮຽນມັດທະຍົມຕອນປາຍຈາກກວາງຕຸ້ງ ປະເທດຈີນ ລາວມັກແຕ້ມຫລາຍ ເມື່ອລາວເອົາປາກກາຂື້ນມາຈັບແລ້ວຈະບໍ່ຢາກວາງ ລາວສາມາດຢູ່ແຕ່ໃນເຮືອນເພື່ອແຕ້ມຮູບໂດຍບໍ່ຕ້ອງອອກຈາກເຮືອນຫຼາຍໆມື້ໄດ້ ນອກຈາກນັ້ນ ອຸປະກອນດຽວທີ່ລາວມີແມ່ນ … “ປາກກາລູກລື່ນ”
Deng Lingyun ໃນອາຍຸ 16 ປີ ມັກການແຕ້ມຮູບມາຕັ້ງແຕ່ຍັງເດັກນ້ອຍ ຍ້ອນຖານະທາງບ້ານທີ່ທຸກຍາກ ສະນັ້ນ ລາວຈຶ່ງບໍ່ມີໂອກາດໄດ້ຮັບການສອນຈາກຜູ້ຊ່ຽວຊານ ໄດ້ແຕ່ຝຶກຝົນດ້ວຍຕົນເອງ ຝຶກ ຝຶກ ຝຶກ ບໍ່ຢຸດຢັ້ງໂດຍໃຊ້ດິນສໍທີ່ລາວມີຢູ່ເຮືອນ ແລ້ວກໍ ແຕ້ມ ແຕ້ມ ແລະ ແຕ້ມ
ເຖິງແມ່ນວ່າໃນເວລາທີ່ຮຽນລາວກໍຍັງແຕ້ມ ແຕ້ມຈົນຫລົງເຂົ້າໄປໃນຮູບ ເຖິງແມ່ນວ່າໃນເວລາພັກຜ່ອນກິນອາຫານທ່ຽງ ແລະ ການພັກຜ່ອນໃນຕອນບ່າຍກໍບໍ່ໄດ້ຢຸດເຊົາການແຕ້ມຮູບ
ອາຈານເຫັນລາວແຕ້ມຮູບໝົດມື້ ແລະເວົ້າວ່າ, “ແຕ້ມແບບໄຮ້ສາລະ” ແລະໄດ້ດ່າລາວ “ເສຍໃຈແທນພໍ່ແມ່ແທ້ໆ ເດັກນ້ອຍທີ່ບໍ່ດີ”
ໃນສັງຄົມທີ່ໃຫ້ຄວາມສໍາຄັນກັບຜົນການຮຽນ ລາວເປັນ “ເດັກທີ່ບໍ່ດີທີ່ມັກແຕ້ມ”, ເຖິງກັບວ່າເພື່ອນບ້ານເອົາລາວມາເປັນຕົວຢ່າງທີ່ບໍ່ດີ “ຢ່າເຮັດຄືເດັກນ້ອຍ ທຸກໆມື້ບໍ່ມີປະໂຫຍດຫຍັງເລີຍ”
ແຕ່ພໍຜູ້ຊ່ຽວຊານໄດ້ເຫັນຜົນງານຂອງລາວ ກໍອົດຊົມເຊີຍບໍ່ໄດ້ : “ລາຍລະອຽດສະແດງໃຫ້ເຫັນເຖິງການຜະສົມຜະສານແສງສະຫວ່າງແລະເງົາ, ການຂຽນແລະເຕັກນິກທີ່ດີເລີດ”
ສິ່ງທີ່ສໍາຄັນແມ່ນ ສິ່ງທີ່ລາວໃຊ້ແມ່ນປາກກາລູກລື່ນ ລາຄາຖືກໆທີ່ທຸກໆເຮືອນມີເຖິງແມ່ນວ່າຜູ້ໃຫຍ່ຈະດູຖູກເຂົາ ແຕ່ທຸກຄົນທີ່ເຫັນຜົນງານຈະຕົກໃຈ ຄືກັບຄົນໃນຮູບທີ່ກຳລັງເບິ່ງຄືນ
ເພິ່ນໄດ້ໃຊ້ປາກກາລູກລື່ນເພື່ອແຕ້ມຮູບຄົນ ທຸກໆຮູບລ້ວນແຕ່ມີຊີວິດຊີວາ ອາຈານສອນສິລະປະທີ່ມີຊື່ສຽງໂດ່ງດັງ Cheng Zheng Xing ຊົມເຊີຍວ່າ: “ຮູບແຕ້ມແມ່ນຄ້າຍຄືຮູບຖ່າຍຫຼາຍ ມີຄົນໜ້ອຍທີ່ສຸດໃນປະເທດທີ່ສາມາດແຕ້ມຮູບຄົນດ້ວຍປາກກາລູກລື່ນ ພອນສະຫວັນລະດັບ Deng Lingyun ມີນ້ອຍ ມັນຫາຍາກຫຼາຍ”
ຜົນງານຂອງ Deng Lingyun ຄ່ອຍໆມີຊື່ສຽງທາງອອນລາຍ ລາວສືບຕໍ່ຝຶກພັນທະນາປັບປຸງທັກສະການແຕ້ມຂອງລາວ ເຖິງແມ່ນວ່າຄົນສ່ວນໃຫຍ່ຄິດວ່າການແຕ້ມຮູບ “ໄຮ້ສາລະ” ແຕ່ລາວຍັງບໍ່ຍອມແພ້ ກ້າເຮັດຕາມຄວາມໄຝ່ຝັນຂອງຕົນ Deng Lingyun ກ່າວວ່າຈະພະຍາຍາມຕໍ່ໄປ ອີກບໍ່ດົນ ຈະເສັງເຂົ້າມະຫາວິທະຍາໄລສິລະປະ
ເລື່ອງລາວຂອງເຂົາເປັນແຮງບັນດານໃຈໃຫ້ຫຼາຍຄົນ ມັນເຮັດໃຫ້ຮັບຮູ້ວ່າໂລກນີ້ບໍ່ແມ່ນພຽງແຕ່ສໍາລັບຜູ້ຮຽນທີ່ສະຫລາດເທົ່ານັ້ນ
ເຖິງແມ່ນວ່າລາວບໍ່ໄດ້ຮັບການສອນ ລາວກໍສາມາດແຕ້ມຮູບແບບນີ້ ເຊື່ອວ່າຖ້າໃນອະນາຄົດລາວຈະຖືກນໍາພາໂດຍຄູສອນຜູ້ຊ່ຽວຊານ ມັນແນ່ນອນຈະຕ້ອງໂດດເດັ່ນຫຼາຍ