ເກີດເຫດ ຊາຍປິດສະຫນາ ຖືກໄຟເຜົາພ້ອມລົດປຣາໂດ ເປັນເລື່ອງລາວທີ່ໜ້າເສົ້າຫຼາຍ ສຳລັບຄອບຄົວທີ່ຕ້ອງສູນເສຍບຸກຄົນທີ່ຮັກໄປ ຕົ້ນປາຍສາເຫດເລື່ອງນີ້ເກີດຈາກຫຍັງ ເຊື່ອວ່າອີກບໍ່ດົນຈະໄດ້ຄຳຕອບຈາກເຈົ້າໜ້າທີ່ເພາະພົບພິລຸດຢູ່.
ເຫດການເກີດຂຶ້ນໃນເວລາປະມານ 20:00 ໂມງ ຂອງວັນທີ 7 ພຶດສະພາ 2022 ເຈົ້າຫນ້າທີ່ ປກສ ພົບລົດ ປຣາໂດ້ ປິດສະຫນາ ຖືກໄຟໄຫມ້ ກາງປ່າ ຫ່າງຈາກແຄມທາງ ພໍປະມານ ຄາດວ່າເປັນຄາດຕະກຳອຳພາງ.
ຜ່ານການກວດກາ ພາຍໃນລົດ ພົບເຫັນຄົນເສຍຊີວິດ ຖືກເຜົາ 1 ຄົນ ແລະ ພົບ ກະສອບລູກປືນ ຕົກຢູ່ສະຖານທີ່ເກີດເຫດ 4 ປອກ.
ຕໍ່ກັບບັນຫາດັ່ງກ່າວ ເຈົ້າຫນ້າທີ່ຍັງສືບຫາສາເຫດ ເກີດຂຶ້ນຍ້ອນຫຍັງ?
ສຳລັບຈຸດພິກັດແມ່ນຢູ່ນະຄອນຫຼວງວຽງຈັນ ຂໍຝາກຝັງສັງຄົມຈົ່ງຜ່ອນສັ້ນຜ່ອນຍາວ ເວົ້າລົມກັນດ້ວຍເຫດຜົນ ຢ່າເອົາອາລົມເປັນຫຼັກ ເພາະສູນເສຍມາແລ້ວບໍ່ໄດ້ເປັນຜົນດີຕໍ່ຝ່າຍໃດທັງໝົດ.ເສົ້າໃຈຫຼາຍເດີ້ເຫັນແບບນີ້ ຖ້າມີຂໍ້ມູນເພີ່ມເຕີມຈະແຈ້ງໃຫ້ຊາບຕື່ມໃນພາຍຫຼັງ
ເກີດເຫດ ຊາຍປິດສະຫນາ ຖືກໄຟເຜົາພ້ອມລົດປຣາໂດ
ເກີດເຫດ ຊາຍປິດສະຫນາ ຖືກໄຟເຜົາພ້ອມລົດປຣາໂດ