ແມ່ຕູ້ ອາຍຸ 75 ປີ ຍູ້ລົດມາຂາຍຕຳໝາກຫຸ່ງແບບບໍ່ຢ້ານແດດ ບໍ່ຮູ້ຈັກເມື່ອຍ ເຈົ້າຕົວເຜີຍວ່າຂາຍມາດົນກວ່າ 40 ປີ ຫາລ້ຽງຕົນເອງ ໃນເມື່ອກ່ອນແມ່ນໄດ້ມາຂາຍຕຳໝາກຫຸ່ງເພື່ອລ້ຽງຫລານ 3 ຄົນ ຈ່າຍເງິນຄ່ານ້ຳຄ່ານ້ຳ ເອງຕະຫລອດ
ຜູ້ໃຊ້ T.i.k.T.o.k @onlypeople7 ໂພສວ່າ “ຄົນທີ່ບໍ່ມີກໍຕ້ອງສູ້ຕໍ່ໄປ ສູ້ໆເດີ້ ແມ່ຕູ້ ”
ນີ້ແມ່ນຮູບຂອງແມ່ຕູ້ຂາຍຕຳຫມາກຫຸ່ງກາງແສງແດດ ຄວາມຍາຂອງຄລິບພຽງແຕ່ 13 ວິນາທີ, ແຕ່ມັນມີຄົນເບິ່ງຫຼາຍກວ່າ 5 ລ້ານ ວິວ
ຜູ້ສື່ຂ່າວຕວດສອບວ່າ ແມ່ຕູ້ຜູ້ກ່ຽວແມ່ນຢູ່ເຂດບ້ານດອນໄມ້ງາມ, ຫມູ່ 5, ບ້ານ ປາສາດ ເມືອງບ້ານດ່ານ ແຂວງ ບຸລີລຳ, ຈຶ່ງເດີນທາງໄປກວດເບິ່ງ
ພົບວ່າ: ຜູ້ທີ່ປາກົດຕົວໃນຄລິບ ແມ່ນ ນາງ ເກດຕຸ ພູມະມາ ອາຍຸ 75 ປີ ຢູ່ຫມູ່ 5 ບ້ານ ປາສາດ ເມືອງບ້ານດ່ານ ທີ່ຍັງຊຸກລໍ້ລົດຂອງຕົນເອງຢູ່ແຄມທາງຂາຍຕຳໝາກຫຸ່ງຕາມ ເສັ້ນທາງບ້ານ
ໃນລັກສະນະດຽວກັນກັບຄລິບ ທີ່ປາກົດຢູ່ໃນໂລກສັງຄົມອອນລາຍ ຖາມນາງເກດຕຸ ເລົ່າວ່າ ຕົນໄດ້ຍຶດອາຊີບຂາຍຕຳໝາກຫຸ່ງມາດົນກວ່າ 40 ປີ
ຄວາມເປັນຢູ່ຊີວິດ ແມ່ນເມື່ອມີທຶນຮອນກໍຈະຊື້ເຄື່ອງຂອງອອກໄປ
ຖ້າໄດ້ກຳໄລກໍຕ້ອງຊື້ເຂົ້າອາຫານແຫ້ງເພື່ອມາລ້ຽງຄອບຄົວ ໃນນັ້ນລາວຮັບຜິດຊອບລ້ຽງລູກສາມຄົນ
ທຸກໆມື້ ລາວຕື່ນແຕ່ 5 ໂມງເຊົ້າເພື່ອກະກຽມຂອງທີ່ຈະເອົາໄປຂາຍ ແລະືຫຼັງຈາກນັ້ນເອົາຍູ້ອອກໄປຈາກບ້ານ ໄລຍະທາງລວມບໍ່ຫນ້ອຍກວ່າ 10 ກິໂລແມັດຕໍ່ມື້
ແຕ່ບໍ່ທໍ້ຖອຍ ບາງຄັ້ງກຳໄລພຽງແຕ່ 50 ບາດ ເພາະເສດຖະກິດບໍ່ດີ ແຕ່ຈໍາເປັນຕ້ອງໄດ້ສູ້
ສະນັ້ນ, ຈຶ່ງຢາກຝາກເຖິງຜູ້ທີ່ຫວັງຢາກຂ້າຕົວຕາຍ ຂໍໃຫ້ເບິ່ງເປັນຕົວຢ່າງ, ເຖິງແມ່ນວ່າລາວມີອາຍຸ 75 ປີແລະຍັງສາມາດຕໍ່ສູ້ ແລະ ຈະສືບຕໍ່ ຕໍ່ສູ້ຈົນກ່ວາລົມຫາຍໃຈສຸດທ້າຍ