ເກີດເຫດ ເຮືອບິນນ້ອຍໃນໄຮຕິ ເກີດອຸບັດເຫດຕຳກັບ ລົດບັນທຸກ ມີຜູ້ເສຍຊີວິດ 5ຄົນ ເຮືອບິນນ້ອຍໃນໄຮຕິ ເກີດອຸບັດເຫດ ມີຜູ້ເສຍຊີວິດ 5ຄົນ
ຂປລ.ຕາມຂ່າວຈາກ ໄຮຕິ,ວັນທີ21ເມສານີ້, ເຮືອບິນ ຂະໜາດນ້ອຍ ເກີດອຸບັດເຫດ ໃນນະຄອນຫລວງ ປັອກໂຕແປັງ ຕຳໃສ່ ລົດບັນທຸກ ຄັນໜຶ່ງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 5ຄົນ ບາດ
ເຈັບ ອີກຫລາຍຄົນ ຫລັງຈາກ ເຮືອບິນ ລຳດັ່ງກ່າວ ພວມເດີນທາງ ໄປຍັງເມືອງ ແຄມຝັ່ງ ທາງພາກໃຕ້ ຂະນະ ພະຍາຍາມ ລົງຈອດ ໃນເຂດຄາຟູຣ ແລະ ຕຳເຂົ້າໃສ່ ລົດບັນທຸກ ຄັນດັ່ງກ່າວ.ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ກ່ຽວຂ້ອງ ຂອງໄຮຕິ ພວມ ສອບສວນ ສືບສວນ ຫາສາເຫດ ທີ່ເກີດຂຶ້ນ ໃນຄັ້ງນີ້ແລ້ວ./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ