ມື້ນີ້ເຮົາຂໍນຳສະເໜີເລື່ອງລາວໜ້າຮັກ ຊວນນ້ຳຕາຊຶມອີກໜຶ່ງເລື່ອງທີ່ເກີດຂຶ້ນຈິງໃນສັງຄົມໄທ ເປັນການສູ່ຂໍເຈົ້າສາວເພື່ອແຕ່ງງານທີ່ໂຣແມນຕິກຫລາຍທີ່ສຸດອີກຄູ່ຫນຶ່ງຈົນເຮັດໃຫ້ຊາວເນັດແຊຣ໌ອອກໄປເປັນຈຳນວນຫຼາຍ ໂດຍເຟສບຸ໊ກຊື່ ຄຳ ນາຕະວັນ ໄດ້ນຳພາບການແຕ່ງງານຂອງຄູ່ບ່າວສາວຄູ່ໜຶ່ງພ້ອມເລົ່າເລື່ອງລາວວ່າ
ຮັກແທ້ມີຢູ່ຈິງໜຸ່ມໃຫຍ່ ໄວ 78 ປີ ຫອບສິນສອດ 200,000 ບາດ ມາສູ່ຂໍຄົນຮັກເກົ່າ ຫຼັງຈາກພັດພາກຈາກກັນໄປດົນເຖິງ 60 ປີ ຂໍໃຫ້ມີຄວາມສຸກເດີ້ພໍ່ເຖົ້າແມ່ເຖົ້າ ທັງນີ້ເຮັດໃຫ້ຊາວເນັດຕ່າງເຂົ້າມາຮ່ວມສະແດງຄວາມຍິນດີກັບພໍ່ເຖົ້າແມ່ເຖົ້າສອງຄົນນີ້ເປັນຈຳນວນຫຼາຍ
ໂດຍສ່ວນໃຫຍ່ສຸຂະພາບຂອງທັງສອງຄົນແຂງແຮງຍືນຍາວແລະຄອງຮັກກັນໄປຈົນຕາບນານເທົ່ານານ ບາງຄົນກໍ່ເຂົ້າມາຄອມເມັ້ນວ່າຂໍໃຫ້ມີຄວາມສຸກເດີ້ພໍ່ເຖົ້າແມ່ເຖົ້າເຂົາເລືອກວ່າຮັກແທ້ແລະໝັ້ນຄົງນັບຖືນ້ຳໃຈຂອງພໍ່ເຖົ້າແທ້ໆ ທັງເຈົ້າຂອງເຟສບຸ໊ກດັ່ງກ່າວຍັງໄດ້ອັບເດດຄວາມຮັກຄັ້ງນີ້ຫຼັງຈາກແຕ່ງງານກັນໄປບໍ່ເທົ່າໃດຄືນ
ເຊິ່ງເຈົ້າຂອງເຟສບຸ໊ກໄດ້ໂອ້ລົມຫຼອກລໍ້ກັບທັງສອງດ້ວຍນ້ຳສຽງອາລົມດີ ແລະເບິ່ງທ່າວ່າຈະມີຄວາມສຸກ ຈາກນນີ້ຈະບໍ່ໄດ້ນອນເຫງົາແລ້ວເພາະມີໝູ່ຢູ່ຂ້າງໆມານອນນຳ