ຄົນເກີດວັນຈັນ:ການງານກວດເບິ່ງການເຮັດບັນຊີລາຍຮັບ ລາຍຈ່າຍໃນເລື່ອງຂອງການລົງທຶນຕ່າງໆ ຢ່າງລະອຽດຮອບຄອບ ແລະ ວາງແຜນການເຮັດທຸລະກິດໃຫ້ດີ ການເງິນໄລຍະນີ້ລະມັດລະວັງໃນເລື່ອງການເອົາເງິນໃນອະນາຄົດອອກມາໃຊ້ຈ່າຍໄປກ່ອນ ວາງແຜນການໃຊ້ຈ່າຍໃຫ້ຮອບຄອບ ຄວາມຮັກຖ້າຈະພົບໃຜໃນໄລຍະນີ້ ລາວເປັນຄົນເກັ່ງ ມີຄວາມສາມາດ ມີຄວາມເປັນຜູ້ນຳ ແລະລາວຈະເຮັດໃຫ້ທ່ານພູມໃຈໃນຕົວລາວໄດ້ ເຄື່ອງມຸງຄຸນຫິນນໍາໂຊກສີເຫຼືອງ ສີມຸງຄຸນສີບົວ ເລກນຳໂຊກ2
ຄົນເກີດວັນອັງຄານ:ການງານຕ້ອງປັບຕົວກ່ຽວກັບສະພາວະແວດລ້ອມການເຮັດວຽກງານ ງານມີຄວາມເລັ່ງລັດ ແຕ່ກໍຄວນຈະມີຄວາມລະອຽດຮອບຄອບ ການເງິນຍັງຢູ່ໃນເກນຊົງຕົວ ຫາເຂົ້າມາໄດ້ເລື້ອຍໆ ກໍຕ້ອງຈ່າຍອອກໄປເລື່ອຍໆ ແຕ່ກໍບໍ່ເຖິງກັບເດືອດຮ້ອນໃນໄລຍະນີ້ ຄວາມຮັກຄວາມສຳພັນດ້ານຄວາມຮັກຖືກພັດທະນາໄປຢ່າງວ່ອງໄວໃນໄລຍະນີ້ ແລະ ຢູ່ໃນເກນທີ່ຈະສົມຫວັງດ້ານຄວາມຮັກ
ເຄື່ອງມຸງຄຸນ ເພັດສີຂຽວ ສີມຸງຄຸນສີຂາວ ເລກນຳໂຊກ9
ຄົນເກີດວັນພຸດ:ການງານເມື່ອເຮັດວຽກທີ່ບໍ່ຖະຫນັດກໍຄວນສຶກສາຫາຄວາມຮູ້ ແລະທັກສະໃໝ່ໆ ເພີ່ມເຕີມ ການເງິນມີໂຊກຈະໄດ້ເງິນເຂົ້າມາ ຫາເງິນເຂົ້າມາໄດ້ເລື່ອຍໆ ຢ່າງເປັນໂຊກນັ້ນເອງ ຄວາມຮັກສຸກສົມຫວັງ ແລະ ລົງຕົວດ້ານຄວາມຮັກ ການພັດທະນາຄວາມສຳພັນຢູ່ໃນເກນທີ່ດີ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຄຣີມ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານປະສົບຄວາມສຳເລັດກ່ຽວກັບເລື່ອງການງານຕ່າງໆ ການຕິດຕໍ່ເຈລະຈາໄດ້ຮັບຄວາມຮ່ວມມື ການລົງນາມທາງທຸລະກິດກໍ່ໃຫ້ເກີດຜົນແຫ່ງຄວາມໂຊກດີ ການເງິນມີທັງຮັບທັງຈ່າຍ ໃນໄລຍະນີ້ມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນນັ້ນເອງ ຄວາມຮັກມີໂອກາດພົບຄົນສະຫຼຽວສະຫຼາດໝັ້ນໃຈຕົນເອງມີເກນອາຍຸນ້ອຍກວ່າ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ4
ຄົນເກີດວັນສຸກ:ການງານໄລຍະນີ້ເປັນການຢຸດພັກ ລາພັກຮ້ອນດ້ວຍກໍຈະດີ ຈະເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະ ເປັນການເພີ່ມພະລັງໃຫ້ຕົນເອງໃນການທີ່ຈະກັບມາເຮັດວຽກຕໍ່ ການເງິນໄລຍະນີ້ມີແຕ່ເລື່ອງທີ່ເຮັດໃຫ້ຕ້ອງເສຍເງິນ ລະວັງການດຶງເງິນໃນອະນາຄົດອອກມາໃຊ້ຈ່າຍໄປກ່ອນນັ້ນເອງ ຄວາມຮັກຖ້າຈະພົບໃຜໃນໄລຍະນີ້ທີ່ຈະມີເຂົ້າມາ ລາວເປັນຄົນຜິວສອງສີ ມີສະເໜ່ ລາວຈະນຳຄວາມສຸກມາໃຫ້ທ່ານ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີແດງ ເລກນຳໂຊກ6
ຄົນເກີດວັນເສົາ:ການງານເຮັດຫນ້າທີ່ໃຫ້ດີທີ່ສຸດກໍພໍໃນເລື່ອງຂອງການສ້າງຜົນງານ ໃນໄລຍະນີ້ບໍ່ຄວນຄິດຫຍັງໃຫ້ຫຼາຍ ການເງິນລະມັດລະວັງການໃຊ້ເງິນ ແລະປະຫຢັດໃນເລື່ອງຂອງການໃຊ້ຈ່າຍເອົາໄວ້ຈະດີທີ່ສຸດ ແຕ່ກໍຈະມີໂຊກເຂົ້າມາເຮັດໃຫ້ຮູ້ສຶກດີໃຈຂຶ້ນມາໄດ້ ຄວາມຮັກຖ້າຈະໄດ້ພົບໃຜໃນໄລຍະນີ້ ທ່ານເປັນຄົນເກັ່ງມີຄວາມສາມາດ ມີເຫດຜົນ ເວົ້າຈາດີ ກະຕືລືລົ້ນ ມັກສຶກສາສິ່ງໃໝ່ສະເໝີ
ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີສົ້ມ ເລກນຳໂຊກ0
ຄົນເກີດວັນອາທິດ:ການງານຈະເຮັດສິ່ງໃດກໍຈະພົບແຕ່ອຸປະສັກໃນໄລຍະນີ້ ສາມາດແກ້ບັນຫາໄປເທື່ອລະເລື່ອງໄດ້ ເທື່ອລະຢ່າງກໍຈະຜ່ານພົ້ນໄປໄດ້ດີ ການເງິນມີໂຊກຈະໄດ້ເງິນເຂົ້າມາໃນໄລຍະນີ້ ມີໂຊກດີຫຼາຍກວ່າໜຶ່ງເທື່ອ ດວງຊະຕາຢູ່ໃນເກນທີ່ດີຫຼາຍ ຄວາມຮັກຍັງບໍ່ໄດ້ຮັບຄວາມຊັດເຈນປານໃດກ່ຽວກັບຂ່າວຄາວເລື່ອງຄວາມຮັກກັບຄົນຮັກໃນໄລຍະນີ້ ຈຶ່ງຕ້ອງຄ່ອຍໆ ເບິ່ງກັນຕໍ່ໄປ
ເຄື່ອງມຸງຄຸນເພັດສີທອງ ສີມຸງຄຸນ ສິເທົາ ເລກນຳໂຊກ 8