ອຸແຈ້ງເຕືອນ..!! ອາທິດນີ້ ຈະມີຝົນຕົກ ພ້ອມອາກາດຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າໃນແຕ່ລະພາກ
ສະພາບອາກາດອາທິດນີ້ ອາກາດຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າໃນແຕ່ລະພາກ ແລະ ທ້າຍອາທິດ ອາກາດຮ້ອນຂຶ້ນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 4 ຫາ 10 ເມສາ 2022 ວ່າ:
ໄລຍະວັນທີ 4 ຫາ 7 ເມສານີ້ ມວນອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກະລົມຕາເວັນອອກ ແລະ ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ,
ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວຫຼາຍໂດຍສະເພາະຢູ່ແຂວງພາກເໜືອ,ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.
ຈາກນັ້ນວັນທີ 8 ຫາ 10 ເມສາ 2022 ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ລົມຕາເວັນຕາເວັນຕົກ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນ
ຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນເປັນບາງໂອກາດໃນແຕ່ລະພາກ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: