ຮູ້ກັນແລ້ວ ຫລື ຍັງຕຳນານ ປູເຍີ ຍ່າເຍີ ຫລື ປູ່ສັງກະສາ ແລະ ຍ່າສັງກະສີ

0
76

ສໍາລັບຄົນລາວເຮົາແລ້ວ ຄິດວ່າອາດຈະບໍ່ມີໃຜທີ່ບໍ່ຮູ້ຈັກ, ຄົນສະໄໜກ່ອນເອີ້ນວ່າປູ່ສັງກະສາຍ່າສັງກະສີ ຫລື ເທວະດາຫລວງ ທີ່ພະຍາພ້າງຸ່ມໄດ້ປະດິດຂຶ້ນ ເຊິ່ງຕາມຕໍານານນັ້ນ, ມີການບອກເລົ່າປາກຕໍ່ປາກກັນໃນກຸ່ມຄົນທຸກຍຸກ ທຸກສະໄໝ ເປັນຕົ້ນ ຄົນທີ່ດໍາລົງຊີວິດຢູ່ເມືອງຫລວງພະບາງຈະຮູ້ຈັກເລື່ອງເລົ່າແລະຕໍານານດີ. ແລ້ວຈະສັງເກດແນວໃດວ່າ ໃຜເປັນປູ່ເຍີ ຍ່າເຍີ? ງ່າຍໆ ປູ່ເຍີ ຈະມີໜວດ ແລະ ຍ່າເຍີ ຈະບໍ່ມີໜວດໃສ່ຕຸ້ມຫູໃຫຍ່ທັງສອງ. ຄວາມຈິງແລ້ວບໍ່ແມ່ນວ່າທຸກຄົນຈະສາມາດເຂົ້າໄປເຊີດ ປູ່ເຍີຍ່າເຍີໄດ້ເນື່ອງຈາກຜູ້ຈະເປັນຕົວແທນ ຫລື ເປັນຄົນເຊິດໄດ້ນັ້ນຕ້ອງເປັນລູກຫລານຂອງຄົນຢູ່ບ້ານ ອາຮາມເທົ່ານັ້ນເພາະ ເປັນຜູ້ສືບເຊື້ອສາຍ ປົກປັກຮັກສາ ແລະເບິ່ງແຍງຕຸກກະຕາຂອງປູ່ເຍີຍ່າເຍີມາແຕ່ດຶກດໍາບັນ.

ຕໍານານເລົ່າວ່າ ແຕ່ກີ້ແຕ່ກ່ອນຢູ່ເມືອງແຖນ ມີເຄືອເຂົາກາດໃຫຍ່ເຄືອໜຶ່ງ ເຮັດໃຫ້ແສງສະຫວ່າງຈາກຕາ ເວັນບໍ່ສາມາດສາດສ່ອງໃຫ້ຄວາມອົບອຸ່ນສູ່ພື້ນດິນໄດ້ ຄົນດໍາລົງຊີວິດຢູ່ນໍາຄວາມມືດ ແລະ ໜາວເຢັນ. ມື້ໜຶ່ງພະຍາເມືອງ(ຂຸນບູລົມ) ໄດ້ເອີ້ນເສນາອາມາດມາປະຊຸມເພື່ອຫາລືວ່າຈະເຮັດວິທີໃດຈິ່ງຈະຕັດເຄືອເຂົາ ກາດຍັກນີ້ໄດ້, ແຕ່ກໍ່ບໍມີໃຜອາສາໄປຕັດ. ຕໍ່ມາບໍ່ດົນມີ ສອງຜົວເມຍເຖົ້າ ໄດ້ມາລາຍງານຕໍ່ພະຍາຂຸນບູ ລົມວ່າ ພວກຂ້າພະເຈົ້າຊື່ ປູ່ເຍີ ຍ່າເຍີ ຍິນດີອາສາຕັດເຄືອເຂົາກາດນັ້ນ, ພະຍາຂຸນບູລົມ ສະແດງຄວາມຊົມເຊີຍຕໍ່ສອງຜົວ-ເມຍເຖົ້ານັ້ນ ທີ່ຍອມເສຍສະລະບ້ານເມືອງ ແລະ ກ່ອນຈະອອກເດີນທາງ, ປູ່ເຍີ ຍ່າເຍີ ໄດ້ຂໍຢ່າງໜຶ່ງວ່າ: ຖ້າຕາຍໄປຂໍໃຫ້ປະຊາຊົນທຸກຄົນ ຢ່າລືມຊື່ຂອງພວກຕົນ. ພະຍາຂຸນບູລົມ ໄດ້ຮັບປາກ. ຈາກນັ້ນທັງສອງກໍມຸ່ງໜ້າໄປທີ່ໜອງຕູ້ທັນທີ ພ້ອມດ້ວຍຂວານໃຫຍ່. ທັງສອງ ໃຊ້ເວລາຕັດທັງກາງເວັນ ແລະ ກາງຄືນ ເຖິງ 3 ເດືອນ 3 ມື້ຈິ່ງສາມາດຕັດເຄືອເຂົາກາດນັ້ນໄດ້ ໃນທີ່ສຸດແສງສະຫວ່າງກໍກັບມາສູ່ຜືນແຜ່ນດິນອີກເທື່ອໜຶ່ງນໍາເອົາຄວາມອົບອຸ່ນມາສູ່ມວນມະນຸດ ພຶກສາ ແລະ ສັດສາວາສິ່ງທັງຫລາຍ,ການ ດໍາລົງຊີວິດເລີ່ມຄືນສູ່ຄວາມເປັນປົກກະຕິອີກ, ແຕ່ເຄືອເຂົາກາດໄດ້ຂາດທັບຜູ້ເຖົ້າທັງສອງຕາຍທັນທີ. ພະ ຍາຂຸນບູລົມ ພ້ອມດ້ວຍຂ້າທາດບໍລິວານທັງຫລາຍໄດ້ເຮັດພິທີສົ່ງສະການປູ່ເຍີ ຍ່າເຍີ ຢ່າງສົມກຽດນັບແຕ່ ນັ້ນເປັນຕົ້ນມາ ເພື່ອລະລຶກເຖິງຄຸນງາມຄວາມດີຂອງປູ່ເຍີ ຍ່າເຍີ.

ຂະນະທີ່ຄົນລາວເຮົາໄດ້ຕື່ມຄໍາລົງທ້າຍວ່າ ເຍີໆໆ ໃນຄໍາເວົ້າຂອງຕົນສະເໝີ ເຊັ່ນ ໄປເຍີ, ເມືອເຍີ, ມາເຍີ ທັງໄດ້ເຮັດໜ້າກາກ ຫລື ຮູບສັນຍະ ລັກຂອງທັງສອງຄົນນັ້ນໄວ້ເພື່ອເປັນການສັກກາລະ ນັບຖືສືບຕໍ່ກັນມາຈົນເຖິງທຸກມື້ນີ້. ທ່ານຜູ້ນີ້ເປັນຜູ້ຮັກ ສາ ເທວະດາຫລວງ ໃນໂອກາດບຸນປີໃໝ່ລາວ ເພິ່ນຈະເອີ້ນເອົາຮູບສັນຍະລັກຂອງປູ່ເຍີ ຍ່າເຍີ ແລະ ສິງແກ້ວ ສິງຄໍາ ອອກຈາກຫີບທີ່ຮັກສາເພື່ອຮ່ວມພິທີຕ່າງໆທຸກປີ. ກ່ອນຈະສະຫລອງປີໃໝ່ໄດ້ເອົາຮູບສັນຍະ ລັກຂອງປູ່ເຍີ ຍ່າເຍີ ທີ່ຮັກສາໄວ້ຢູ່ຫໍເທວະດາຫລວງ ບໍລິເວນວັດວາອາຮາມເພື່ອກາບໄຫວ້ ແລະ ຖວາຍເຄື່ອງທານ. ປູ່ເຍີ ຍ່າເຍີ ຈະເຂົ້າຮ່ວມທຸກໆພິທີທີ່ຈັດຂຶ້ນຕາມຮີດຄອງປະເພນີໃນໄລຍະບຸນປີໃໝ່ ໂດຍສະເພາະໃນການແຫ່ຫວໍ ຫົດສົງພະບາງ ເຊິ່ງປູ່ເຍີ ຍ່າເຍີ ຈະອອກມາຟ້ອນເພື່ອຄວາມສົມບູນພູນສຸກຂອງປະຊາຊົນ. ສິງແກ້ວ ສິງຄໍາ ( ໂຕເທບສິງຂະນັດ) ລູກລ້ຽງທີ່ປູ່ເຍີຍ່າເຍີນໍາເອົາມາຈາກປ່າຫິມມະພານ ມີ ບາງຕໍານານບອກວ່າ: ປູ່ເຍີຍ່າເຍີ ນໍາເອົາ ສິງແກ້ວ ສິງຄໍາ ມາຈາກຕາດກວາງຊີ.

ສຳລັບພິທີແຫ່, ປູ່ເຍີ ຍ່າເຍີ ແລະ ສິງແກ້ວ ສິງຄໍາ ໄປຕັກນ້ໍາຢູ່ແຄມນ້ໍາຄານເພື່ອໄປຫົດສົງພະບາງ ນ້ໍາທີ່ເອົາມາຈາກນ້ໍາຄານຈະບັນຈຸໄວ້ຢູ່ໄຫດິນ ເຊິ່ງຈະໃຫ້ເຍົາວະຊົນແບກໄປເພື່ອໄປຫົດສົງພະບາງ. ປູ່ເຍີຍ່າ ເຍີຈະລົງໄປຕັກນ້ໍາຄານເພື່ອໄປສົງພະບາງ ພ້ອມຂະບວນແຫ່ໃນພິທີນີ້ຈະເອົານ້ໍາໃສ່ໄຫໃຫ້ເຍົາວະຊົນແບກ ໄດ້ເຮັດພິທີທີ່ແຄມນ້ໍາຄານນໍາດອກໄມ້ ທູບ ທຽນ ບູຊາ ເວົ້າສູດຄໍາຂວັນເປັນປະຈໍາທຸກປີ. ພິທີຈະເຮັດໃນຕອນແລງ ກ່ອນມື້ແຫ່ຫວໍ ຫລື ນາງສັງຂານ ເຂົ້າພິທີສູ່ຂວັນ ແຕ່ງອາຫານບອກກ່າວຄອບ ໃຫ້ປູ່ເຍີ ຍ່າເຍີ ສິງແກ້ວ ສິງຄໍາ ກຽມພິທີລົງມາຈາກກຸຕິ ຝຶກຫັດທ່າເຕັ້ນຕາມຈັງຫວະກອງ ແລ້ວໄປນົບໄຫວ້ ທາດເຂັດ ທາດຄໍາ ຢູ່ດ້ານໜ້າສິມ ກ່ອນຈະແຫ່ໄປເຖິງວັດຊຽງທອງເຮັດພິທີໄຫວ້ຈູດທູບ ທຽນບູຊາ ທີ່ກໍາແພງວັດສຸວັນນະຄີລີ ເຄິ່ງທາງເຂົ້າວັດ ແລະ ດ້ານຂ້າງວັດຊຽງທອງ.