ປາກົດການອາກາດໜາວໃນໄລຍະສອງສາມມື້ຜ່ານ ມາ ເຮັດໃຫ້ຫລາຍຄົນດີໃຈວ່າ ອາກາດໜາວຍາມ ເດືອນເມສາເປັນເລື່ອງທີ່ດີ ແຕ່ທ່ານອາດຄິດຜິດກໍ ເປັນໄດ້.
ທ່ານ ວີຣະສັກ ໂຄສຸຣັດ ສະມາຊິກວຸດທິສະພາ ກຳມາທິການຊັບພະຍາກອນ ແລະ ສິ່ງແວດລ້ອມ ຂອງໄທ ໃຫ້ຂໍ້ມູນຕໍ່ປະຊາຊົນໄທຜ່ານເຟສສ່ວນຕົວ ວັນທີ 3 ເມສາ 2022 ຜ່ານມາວ່າ: ອາກາດໜາວເດືອນເມສາ ບໍ່ແມ່ນເລື່ອງປົກກະຕິ ແລະ ບໍ່ແມ່ນເລື່ອງດີ ເພາະນີ້ເປັນປາກົດການ ປ່ຽນແປງພູມອາກາດຄັ້ງຍິ່ງໃຫຍ່ Climate Change ເປັນປາກົດການຈາກ
ອຸນຫະພູມທັງສອງ ຂົ້ວໂລກໃຕ້-ເໜືອ ມີອຸນຫະພູມເຢັນໜ້ອຍ(ອຸ່ນ ຂຶ້ນ) ໃນບາງຈຸດ ທີ່ແຊກຊ້ອນຈາກອຸນຫະພູມໂລກ ເຂດກາງໂລກຈົນເຮັດໃຫ້ນໍ້າກ້ອນຂົ້ວໂລກລະລາຍ ເຮັດໃຫ້ເກີດລົມຫັນທິດກັບກະແສດ້ວຍຄວາມໄວ ສະເລ່ຍ 50km/h ຜິດປົກກະຕິຈາກ 10km/h ທີ່ ເຄີຍເປັນມານັບລ້ານປີ ຫລື ເວົ້າອີກຢ່າງໜຶ່ງວ່າ ກຳແພງຄວາມເຢັນທີ່ຖືກຂັງມານານນັ້ນກຳລັງພັງ ທະລາຍ.
ປາກົດການນີ້ເອີ້ນວ່າ Polar Votex ຫລື ການຍ້ວຍ ຂອງຄວາມຮ້ອນເຢັນສະຫລັບກັນ ໝາຍຄວາມວ່າ ຂົ້ວໂລກຈະເຫລືອນລ້າກ້ອນໜ້ອຍລົງ ແລະ ໂລກ ຈະຮ້ອນຂຶ້ນໃນະອະນາຄົດ ແລະ ກ່ອນຈະຮອດຈຸດ ນັ້ນອາດເກີດພາຍຸ ຫລື ສະພາບອາກາດຜັນຜວນ ຮຸນແຮງ ຕ້ອງຮັກສາສຸຂະພາບໃຫ້ດີ.
ທີ່ມາ: ໜັງສືພິມລາວພັດທະນາ