ເອີ້ນໄດ້ວ່າກ່ອນອື່ນຕ້ອງຂໍສະແດງຄວາມຍິນດີກັບ “ລິຕ້າ ສີລິຕ້າ ເຈນເຊ່ນ-ໄຮໂຊກອນ” ທີ່ໄດ້ເກີດລູກຊາຍຫົວແກ້ວຫົວແຫວນສຸດຫຼໍ່ຢ່າງ “ນ້ອງກະວິນ ອັດສະວິນ ເຈນເຊ່ນ ນະລົງເດດ” ຢ່າງປອດໄພແຂງແຮງ
ເຕີບໃຫຍ່ສົມໄວ ເຜີແປັບດຽວໃຫຍ່ເປັນໜຸ່ມຄົບ1ປີແລ້ວ
ສຳຫຼັບ ນ້ອງກະວິນ ອັດສະວິນ ລູກຊາຍສຸດທີ່ຮັກຂອງແມ່ສີລິຕ້າ ເຈນເຊ່ນ
ແລະພໍ່ກອນ ນະລົງເດດ ໂດຍເຊົ້າວັນທີ່ (22 ມີນາ) ລິຕ້າ-ກອນ ເປີດເຮືອນເຮັດບຸນເນື່ອງໃນວັນເກີດຂອງລູກຊາຍກັນຢ່າງອົບອຸ່ນແລະລຽບງ່າຍ
ກະທັ້ງເວລາຕໍ່ມາ ລິຕ້າ-ກອນ ຍັງໄດ້ເນລະມິດສວນໃຫ້ກາຍເປັນພື້ນທີ່ປາຕີ້ນ້ອຍໆ
ຈັດສະຫຼອງວັນເກີດໃຫ້ກັບ ນ້ອງກະວິນ ເຊິ່ງປີນີ້ປີທຳອິດກໍ່ມາໃນທີມສັດ
ເພາະລູກຊາຍມັກສັດຫຼາຍ ໂດຍແມ່ ລິຕ້າ ລະບຸວ່າ Happy First Birthday to Gavin
ປີນີ້ຂ້ອຍເປັນສິງໂຕເດີ້ ຂ້ອຍມັກອ້າຍເສືອ ອ້າຍສິງໂຕ ອ້າຍຊ້າງ ອ້າຍຍີຣາຟ ແລະ ອ້າຍໝີ
ເປັນໂມເມັ້ນທີ່ອົບອຸ່ນ ທີ່ໃຜເຫັນກໍ່ຕ້ອງຍິ້ມຕາມກັນແທ້ໆ