ລໍຖ້າໂຄວິດບໍ່ໄຫວ ມັນກາຍເປັນພະຍາດທ້ອງຖິ່ນ ເຈັບລະເຊົາເຊົາລະເຈັບຢູ່ແບບນີ້ ແຕ່ປາກທ້ອງຕ້ອງການຈະກິດ ການທຳມາຫາກິນຕ້ອງເດີນໜ້າຕໍ່, ແຮງງານທີ່ວ່າງງານມາດົນກໍ່ທະຍອຍກັບສູ່ໂຮງຈັກໂຮງງງານ ເຮັດວຽກຕາມທີ່ຄວນເປັນ.
ຕາມລາຍງານໃນເວລາ 09:30 ນາທີ ຂອງວັນທີ28 ມີນາ 2022 ນີ້ແຮງງານສັນຊາດລາວກຸ່ມທຳອິດຈຳນວນ 236 ຄົນໄດ້ເດີນທາງຂ້າມຮອດໄທແລ້ວຊຸດທຳອິດ ໄດ້ເຂົ້າໄປເຮັດວຽກທີ່ປະເທດໄທ ຕາມລະບົບແຮງງານນຳເຂົ້າMOU ຜ່ານດ່ານສາກົນຂົວມິດຕະພາບໄທ-ລາວ ແຫ່ງທີ1 ວຽງຈັນ-ຫນອງຄາຍ.
👉ໂດຍແຮງງານທຸກຄົນກ່ອນຈະຜ່ານດ່ານກວດຄວບຄຸມໂລກຕິດຕໍ່ລະຫວ່າງປະເທດ ຕ້ອງມີການກວດວັດອຸນຫະພູມ,ກວດສອບເອກະສານຫລັກຖານຢືນຢັນການຮັບວັກຊີນ ແລະ ຜົນກວດATK/RT-PCR ບໍ່ເກີນ 72 ຊົ່ວໂມງ ຈາກປະເທດຕົ້ນທາງ.
ຈາກນັ້ນກໍ່ຜ່ານຂັ້ນຕອນຂອງກວດຄົນເຂົ້າເມືອງ ທີ່ມີການຈັດເກັບຂໍ້ມູນແຮງງານຕ່າງດ້າວ ກວດລົງກາປະທັບ ແລະ ກວດຫນັງສືເດີນທາງ ສ່ວນດ່ານສຸລະກາກອນ ກໍ່ໄດ້ມີການກວດ X-Ray ກະເປົ໋າສຳພາລະ ແລະ ຈຸດສຸດທ້າຍ ກໍ່ໄດ້ມີການຜ່ານການກວດຂອງສູນແລກຮັບ ແລະ ຫນ່ວຍງານທີ່ກ່ຽວຂ້ອງ.
ຈາກນັ້ນ ແຮງງານທັງຫມົດ ຈະຕ້ອງໄດ້ໄປກັກຕົວຕາມສະຖານທີ່ ທີ່ຜູ້ປະກອບການ ຫລື ນາຍຈ້າງໄດ້ເລືອກໄວ້ ຈົນກວ່າຈະຄົບຕາມກຳນົດເວລາຈິ່ງສາມາດເຂົ້າໄປຍັງສະຖານທີ່ເຮັດວຽກໄດ້.
ພາບ: จุมพล สายแวว