ຂປລ.ອີງຕາມແຫລ່ງຂ່າວ ຊິນຮວາຂອງຈີນວັນທີ 24 ມີນາ, ສາຍການບິນ ໄຊນ່າອິສເທີນແອລາຍ ( CHINA EASTERN AIRLINES)ແລະບໍລິສັດ ໃນເຄືອຂ່າຍ ປະກາດຢຸດຕິ ການໃຊ້ເຮືອບິນ ໂບອິງ 737-800(Boeing 737-800)ຈຳນວນ 223 ລຳ ເປັນການຊົ່ວຄາວ, ຫລັງຈາກເຮືອບິນໂດຍສານລຸ້ນດັ່ງກ່າວ ທີ່ບັນຈຸຜູ້ໂດຍສານ ແລະ ຈຸບິນລວມ 132 ຄົນ ເກີດອຸບັດເຫດຕົກ ໃນເຂດປົກຄອງ ຕົນເອງ ກວ່າງຊີຈ້ວງ ທາງພາກໃຕ້ ຂອງຈີນ ເມື່ອຕົ້ນອາທິດຜ່ານມາ.
ໂດຍທ່ານຫລີວສຽວຕົງ ຫົວໜ້າ ຝ່າຍປະຊາສຳພັນ ຂອງສາຍການບິນ ຖະແຫລງວ່າ: ເຮືອບິນທຸກລຳ ທີ່ຖືກຢຸດຕິໃນປັດຈຸບັນ ພວມຢູ່ລະຫວ່າງ ການກວດກາ ແລະ ບໍາລຸງຮັກສາ ຕາມມາດຕະຖານຄວາມປອດໄພສູງສຸດ ເພື່ອໃຫ້ແນ່ໃຈວ່າ ຖືກຕາມຂໍ້ກຳນົດ ຄວາມສົມຄວນໃນການບິນ, ພ້ອມທັງກ່າວວ່າ ສາຍການບິນ ໄດ້ເລີ່ມດຳເນີນ ການກວດກາ ຄວາມປອດໄພ ຫລັງເກີດເຫດ ດັ່ງກ່າວ. ເຮືອບິນໂດຍສານ ລຳອື່ນໆ ຂອງສາຍການບິນ ທີ່ພວມດຳເນີນ ການຢູ່ນັ້ນ ເປັນໄປຕາມຂໍ້ກຳນົດ ທີ່ສົມຄວນເດີນທາງ ອາກາດຂອງ ໜ່ວຍງານ ດ້ານການບິນຂອງ ຈີນ.