ມື້ນິ້ແອັດພາມາສ່ອງຄວາມຄືບໜ້າການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ ແຂວງບໍ່ແກ້ວ ອັນອື່ນບໍ່ເວົ້າແຕ່ໃນແງ່ຂອງການພັດທະນາ ເຂດນີ້ແມ່ນໄປໄວມີຫຼາຍໂຄງການລົງທຶນ ແຕ່ເຫັນວ່າແຕ່ລະໂຄງການບໍ່ແມ່ນນ້ອຍໆ ແລະບໍ່ໄດ້ຢຸດຈື້ງ ກົງກັນຂ້າມ ແນວຄວາມຄິດການພັດທະນາແມ່ນບອກໄດ້ຄຳດຽວວ່າ ເລີດ ອີຫຼີ.
ທີ່ແອັດນຳມາຝາກນີ້ເປັນບັນຍາກາດຮຽກນ້ຳຍ່ອຍເບົາໆ ທີ່ທາງເພຈເສດຖະກິດສາມຫຼ່ຽມຄຳເກັບພາບມາໃນມື້ຝົນຕົກໃນຊ່ວງ ວັນທີ 23 ມີນາ 2022 ໄດ້ນໍາເອົາຄວາມຊຸ່ມເຢັນມາສູ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຍັງບໍ່ນັບມື້ແດດອອກຈາກງົດງາມຂະໜາດໃດ!!
ໂຄງການລົງທຶນພາຍໃນເຂດແມ່ນຢູ່ໃນຄວາມຮີບຮ້ອນໃນການພັດທະນາບໍ່ໄດ້ຫຼຸດໜ້ອຍຖອຍລົງ, ເຊິ່ງປະຈຸບັນ ກໍຍັງມີຫຼາຍໂຄງການທີ່ກໍາລັງພວມຮີບເລັ່ງກໍ່ສ້າງໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້ ກ່ອນລະດູຝົນທີ່ຈະມາຮອດໃນມໍໆນີ້ ເຊັ່ນ:
ສະໜາມບິນສາກົນບໍ່ແກ້ວ, ໂຮງແຮມ ແຫ່ງດອກງິ້ວຄໍາ, ຕະຫຼາດນໍ້າ, ສູນການຄ້າຖາງເຢີນສາກົນ ແລະ ໂຄງການອື່ນໆ ທີ່ກໍາລັງຮີບເລັ່ງດຳເນີນການກໍ່ສ້າງຢ່າງເຕັມທີ່ ເພື່ອທີ່ຈະກໍ່ສ້າງໃຫ້ສຳເລັດ ແລະ ສາມາດນຳໃຊ້ພາຍໃນປີນີ້.
ງົດງາມອີຫຼີ
ແຕ່ລະຈຸດຢາກວ່າບໍ່ທຳມະດາ