ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 23 ມີນາ 2022 ການງານ ການເງິນ ຄວາມຮັກ

0
193

ຄົນເກີດວັນຈັນ:ການ​ງານລະ​ວັງ​ເກີດ​ຄວາມ​ຜິດ​ພາດ​ດ້ວຍ​ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ການ​ເງິນ​ຈະ​ເສີຍ​ເງິນ​ໃຫ້​ກັບການຊື້ສິ່ງຂອງທີ່ບໍ່ຈໍາເປັນເຂົ້າມາ ຄວາມ​ຮັກ​ໄລຍະ​ນີ້​ຈະ​ບໍ່​ມີ​ເວລາ​ໃຫ້​ກັບຄົນຮັກເລີຍ
ເຄື່ອງມຸງຄຸນ​  ຄໍາຝຣັ່ງ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​3

ຄົນເກີດວັນອັງຄານ:ການ​ງານ​ເຮັດ​ທຸລະກິດຈະການ​ຄ້າ​ດ້ວຍ​ການ​ໃຊ້​ເງິນ​ລົງ​ທຶນ​ເປັນ​ຈຳນວນຫຼາຍໃຫ້ລະວັງເລື່ອງສັນຍາ ການ​ເງິນ​  ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມ​ຂຶ້ນ ລາຍຈ່າຍຍັງຄົງທີ່ໃນຕອນນີ້ ຄວາມ​ຮັກຈະ​ພົບ​ຄົນທີ່​ມີ​ສະເໜ່ເຂົ້າມາໃຫ້ຮູ້ຈັກ ແຕ່ໃຫ້ລະວັງເລື່ອງຜິດໃຈກັບຄົນຮັກ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​9

ຄົນເກີດວັນພຸດ:ການ​ງານການ​ຕິດ​ຕໍ່​ທຸລະກິດ​ຈະ​ເກີດ​ຄວາມ​ສຳ​ເລັດ ການ​ເງິນຈະ​ພົບ​ຜູ້​ອຸປະຖຳ​ແບບ​ບໍ່​ຄາດ​ຝັນ ໃນເລື່ອງຂອງການຊັບພອດທຸກໆເລື່ອງ ຄວາມ​ຮັກຄວາມ​ສຳພັນ​ບໍ່​ລົງ​ຕົວ​ເພາະ​ບໍ່​ມີ​ເວລາ​ໃຫ້​ກັນຫຼາຍເທົ່າທີ່ຜ່ານມາ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​8

ຄົນເກີດວັນພະຫັດ:ການ​ງານມີ​ໂອ​ກາດ​ທີ່​ຈະ​ປ່ຽນ​ແປງຍົກ​ຍ້າຍຫຼື​ໄດ້ວຽກ​ງານ​ໃໝ່ເຂົ້າມາ ການ​ເງິນ​ຜູ້ໃຫຍ່​ຈະ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ແລະ ການຊັບພອດທາງດ້ານທຸລະກິດ ຄວາມ​ຮັກລະ​ວັງ​ຄວາມ​ສຳພັນ​ຈະ​ເກີດ​ການ​ຂັດ​ແຍ້ງກັບຄົນຮັກ ເພາະໄລຍະນີ້ທ່ານທັງສອງມີບັນຫາກັນ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​9

ຄົນເກີດວັນສຸກ:ການ​ງານ​ເຮັດ​ທຸລະກິດ​ຂາຍ​ເຄື່ອງ​ປະ​ດັບ​​​ຈະ​ເຮັດໃຫ້​ລ້ຳລວຍມີເງິນເຂົ້າມາ ການ​ເງິນຖານະ​ການ​ເງິນ​ປ່ຽນ​ແປງ​ໄປ​ສູ່​ຄວາມ​ລ້ຳລວຍ ຄວາມ​ຮັກຕັດ​ສິນ​ເລືອກ​ຄົນທີ່​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ຕົນເອງ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1

ຄົນເກີດວັນເສົາ:ການ​ງານມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນຫຼື​ໄດ້ວຽກ​ງານ​ໃໝ່ເຂົ້າມາ ການ​ເງິນຈະ​ໄດ້​ເງິນ​ພິເສດ​ຈາກ​ຄວາມ​ສາມາດ​ຂອງ​ຕົນເອງ ຄວາມ​ຮັກຄວາມ​ສຳພັນ​ຢູ່ໃນ​ເກນ​ທີ່​ດີ ແຕ່ຈະຜິດໃຈກັບຄົນຮັກ
ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​2

ຄົນເກີດວັນອາທິດ:ການ​ງານປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການເຮັດ​ທຸລະກິດ ການ​ເງິນ​ ຈະ​ໄດ້​ເງິນ​ເຂົ້າ​ມາ​ເປັນ​ຈຳນວນຫຼາຍ ໃນໄລຍະນີ້ດວງດີ ຄວາມ​ຮັກຈະ​ພົບ​ບັນຫາ​ຮັກ​ຊ້ອນ ຄົນຮັກອາດມີຄົນທີ່ເຂົ້າມາເຮັດໃຫ້ຮູ້ສຶກດີນໍາ ເຄື່ອງມຸງຄຸນ  ເພັດສີແດງ ສີມຸງຄຸນ​ສີຂຽວ ເລກ​ນຳ​ໂຊກ​3