ເອີ້ນໄດ້ວ່າເຜີແປັບດຽວ ຕອນນີ້ “ນ້ອງມາຍູ” ລູກສາວຂອງ ພິທີກອນຝີປາກກ້າຊື່ດັງ “ໜຸ່ມ ກັນໄຊ” ແລະ ນັກສະແດງສາວ “ເມ ເຟື້ອງອາລົມ” ກໍ່ໃຫຍ່ເປັນສາວແລ້ວ
ປາກນິດ ດັງນ່ອຍ ສາຍແວວຄວາມງາມຕັ້ງແຕ່ເດັກນ້ອຍເລີຍ ສຳຫຼັບສາວນ້ອຍມາຍູ
ລູກສາວຫົວແກ້ວຫົວແຫວນຂອງ ໜຸ່ມ ກັນໄຊ ແລະ ເມ ປະທິດາ ທີ່ຕອນນີ້ຍ່າງເຂົ້າໄວ 8 ປີແລ້ວ
ໃຫຍ່ເປັນສາວຂຶ້ນທຸກມື້ ບໍ່ແປກໃຈທີ່ຫົວອົກຄົນເປັນພໍ່ຈະຫວງລູກສາວໜັກ
ລ່າສຸດ ໜຸ່ມ ກັນໄຊ ໄດ້ອວດພາບໜ້າຮັກໆຂອງລູກສາວ ພ້ອມແຄັບຊັ່ນລະບຸວ່າ
“ລູກງາມຫຼາຍລູກ ພໍ່ພູມໃຈນຳສະເໜີ” ແຕ່ພີກສຸດທີ່ຮູບສຸດທ້າຍຈາກສະຖານທີ່ງາມໆ
ກາຍເປັນຕະຫຼົກໄປຈົນໄດ້ ທ່າມກາງແຟນໆ ເຂົ້າມາຄອມເມັ້ນຊື່ນຊົມຕ່າງກໍ່ບອກວ່າ
ເລີ່ມໄວ້ໜວດໄດ້ເດີ້ພໍ່^_^ , ກັນໄຊໃນຮ່າງເດັກຜູ້ຍິງ
ຕໍ່ໄປອ້າຍໜຸ່ມອາດຈະຕ້ອງໄວ້ໜວດ ເພາະລູກສາວງາມ, ງາມລະມຸນແທ້ໆ ເລີຍລູກ ແຕ່ຮູບສຸດທ້າຍນັ້ນ 55555
ເອັນດູຮູບສຸດທ້າຍ ອ້າຍໜຸ່ມ ແກ້ງນ້ອງມາຍູເຮັດຫຍັງ, ຮູບສຸດທ້າຍ ພໍ່ໜຸ່ມແກງມາຍູຊັດໆ