ວັນທີ 21 ມີນາ ເປັນວັນລະນຶກ ເຖິງວັນຄຽດແຄ້ນຂອງປະຊາຊົນລາວ

0
119

ສະເດັດເຈົ້າ ສຸພານຸວົງ ປະກາດ“ຜູ້ໃດ ກ້າເຂົ້າມາປອງຮ້າຍ ຕໍ່ຊາດລາວເຮົາ ຜູ້ນັ້ນ ກໍຕ້ອງຖືກລົງໂທດໃນບໍ່ຊ້ານານຢ່າງແນ່ນອນ”

ມື້ນີ້ກ່ອນໜ້ານີ້ 76 ປີ, ປະຊາຊົນລາວໂດຍສະເພາະຊາວເມືອງທ່າແຂກແຂວງຄຳມ່ວນຖືກພວກລ່າເມືອງຂຶ້ນຝຣັ່ງ ສັງຫານຜູ້ບໍລິສຸດ 3.000 ຄົນ ເຊິ່ງ 1 ໃນ 5 ແມ່ນເດັກນ້ອຍ. ສອງວັນຜ່ານໄປ ຊາກສົບເລີ່ມເນົ່າໃຄ່ ຟູຂຶ້ນທົ່ວໜ້ານໍ້າແມ່ນໍ້າຂອງ ສົ່ງກິ່ນເໝັນໄປທົ່ວບໍລິເວນ.

ຈາກຄວາມໂຫດຮ້າຍສາມານຂອງພວກລ່າເມືອງຂຶ້ນຝຣັ່ງຈຶ່ງກາຍມາເປັນວັນຄຽດແຄ້ນຫາອັນປຽບບໍ່ໄດ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະ ເພາະ ຊາວເມືອງທ່າແຂກວິລະຊົນ, ເປັນວັນແຫ່ງຄວາມຄຽດແຄ້ນຕໍ່ຜູ້ຍາດຊີງແຜ່ນດິນທີ່ແສນຮັກ, ເປັນວັນແຫ່ງຄວາມຄຽດແຄ້ນຕໍ່ການເຂັ່ນຂ້າທີ່ປ່າເຖື່ອນ, ເປັນວັນລະນຶກເຖິງນໍ້າໃຈເສຍສະລະອັນສູງສົ່ງ ແລະ ຈິດໃຈຂອງນັກສູ້ທີ່ເຂັ້ມແຂງບໍ່ຍອມຄູ້ເຂົ່າ ບໍ່ຍອມຈຳນົນຜູ້ຮຸກຮານ ບໍ່ວ່າໜ້າໃດ.

ຢ້ອນໄປເມື່ອປີ 1945, ພາຍຫລັງພວກລ່າເມືອງຂຶ້ນຝຣັ່ງ ປະລາໄຊ ຕໍ່ຂຸນເສິກຍີ່ປຸ່ນ ແລະ ຍີ່ປຸນ ກໍປະລາໄຊ ໃນສົງຄາມໂລກຄັ້ງທີ 2. ຈາກນີ້ ລາວເຮົາ ກໍໄດ້ປະກາດເອກະລາດບໍ່ຂຶ້ນກັບຝຣັ່ງ ແລະ ຍີ່ປຸ່ນໃນ ວັນທີ 12 ຕຸລາ 1945 ແລະ ກໍໃນວັນທີ 12 ຕຸລາ 1945, ສະເດັດເຈົ້າ ສຸພານຸວົງ ໄດ້ເປັນລັດຖະມົນຕີການຕ່າງປະເທດ ແລະ 30 ຕຸລາ 1945 ໄດ້ເປັນຜູ້ບັນຊາການທະຫານສູງສຸດຂອງກອງທັບກູ້ຊາດລາວ ຂອງລັດຖະບານລາວ ເອກະລາດ. ຄວາມເປັນເຈົ້າຂອງປະເທດຊາດ, ໂອກາດສ້າງສາພັດທະນາບ້ານເກີດເມືອງນອນຕົນເອງເມື່ອປະເທດຊາດ ຫລຸດພົ້ນອອກຈາກແອກຄອບຄອງຂອງຕ່າງດ້າວ, ແຕ່ພັດບໍ່ເປັນໄປດັ່ງຄວາມຫວັງ ແລະ ພຽງ 4 ເດືອນກວ່າເທົ່ານັ້ນທີ່ພວກເຮົາມີສັນຕິພາບ, ພວກລ່າເມືອງຂຶ້ນຝຣັ່ງ ໄດ້ກັບ ເຂົ້າມາຮຸກຮານລາວເຮົາເປັນເທື່ອທີສອງ.

ມີຫລາຍບັ້ນຮົບທີ່ຄົນລາວເຮົາຈື່ຈຳ ແລະ ຮູ້ເລິກເຊິ່ງເຖິງຄວາມພິລະອາດຫານຂອງການນຳປະຕິວັດກໍຄືປະຊາຊົນລາວບັນດາເຜົ່າ ໜຶ່ງໃນນີ້ກໍຄືບັ້ນຮົບທີ່ດຸເດືອດຢູ່ເມືອງທ່າແຂກແຂວງຄຳມ່ວນໂດຍສະເດັດເຈົ້າ ສຸພານຸວົງ ຜູ້ບັນຊາການສູງສຸດກອງທັບກູ້ຊາດລາວຂອງລັດຖະບານລາວເອກະລາດ ທີ່ຕໍ້ສູ້ຕ້ານການກັບຄືນມາຂອງລ່າເມືອງຂຶ້ນຝຣັ່ງໄດ້ອອກຄຳສັ່ງໃຫ້ນາຍພົນ ສິງກະໂປ ສີໂຄດຈຸລະມະນີ ແລະ ທ່ານ ຫງວຽນແຈ້ງ ຫົວໜ້າກອງປ້ອງກັນໃກ້ຊິດສະເດັດເຈົ້າ ສຸພານຸວົງ ໄດ້ຈັດຕັ້ງກອງກຳລັງປະສົມ ລາວ-ຫວຽດ ປ້ອງກັນເມືອງທ່າແຂກຂຶ້ນ ເພື່ອຕ້ານຢັນກັບທະຫານຝຣັ່ງ ແລະ ພວກກອງໂຈນ ລາວ-ຝຣັ່ງ ທີ່ຝຣັ່ງຈັດຕັ້ງຂຶ້ນເປັນຈຳນວນຫລາຍໃນທົ່ວປະເທດທີ່ໄດ້ບຸກຕີເອົາແຂວງ ສະ ຫວັນນະເຂດ ແລະ ມຸ່ງໜ້າມາເມືອງທ່າແຂກ. ຂະນະທີ່ວັນພະຫັດ ວັນທີ 21 ມີນາ 1946, ສະເດັດເຈົ້າ ສຸພານຸວົງ ໄດ້ຮຽກຮ້ອງປະຊາຊົນລາວວ່າ“ໃນການເຮັດເສິກແຕ່ລະບັ້ນຮົບລ້ວນມີຄວາມສຳຄັນ, ແຕ່ຈຸດປະສົງອາດແຕກຕ່າງກັນ.

ມື້ນີ້ ສັດຕູ ເຫາະເຫີນກາງເວຫາ ມີອາວຸດຍຸດໂທປະກອນຄົບມື, ທະຫານອາຊີບ ເຝິກຝົນມາຢ່າງດີ, ສ່ວນພວກເຮົາແມ່ນປະຊາຊົນທຳມະດາສ່ວນຫລາຍເປັນອາສາສະໝັກທີ່ບໍ່ຊຳນານການເຮັດເສິກ ອາວຸດກໍບໍ່ທັນສະໄໝ…ພວກເຮົາອາດຈະຕ້ອງສະລະຊີບອາດເອົາຊະນະມື້ນີ້ບໍ່ໄດ້, ແຕ່ຈຸດປະສົງຂອງບັ້ນຮົບມື້ນີ້ເພື່ອສະແດງໃຫ້ສັດຕູຂອງຊາດລາວໃນມື້ນີ້ ແລະ ອະນາຄົດເຫັນຢ່າງປະຈັກຕາວ່າ: ຜູ້ໃດ ກ້າເຂົ້າມາປອງຮ້າຍ ຕໍ່ຊາດລາວເຮົາ, ຜູ້ນັ້ນ ກໍຕ້ອງຖືກລົງໂທດໃນບໍ່ຊ້ານານຢ່າງແນ່ນອນບໍ່ວ່າ ພວກເຂົາ ຈະເກັ່ງ ຈະຮັ່ງ ຈະມີອາວຸດທີ່ດີສໍ່າໃດກໍຕາມ ຊາດເປັນສິ່ງສູງສຸດ.

ເວລາ 4 ໂມງ 50 ນາທີ, ພວກຝຣັ່ງໃຊ້ຍົນ “ສະປິດໄຟ” 4 ລຳບິນຂຶ້ນຫວ່ານໃບປິວທີ່ມີລາຍເຊັນຂອງຜູ້ບັນຊາການທະຫານສູງສຸດຂອງຝຣັ່ງ ປະຈຳຢູ່ອິນດູຈີນ ເຊິ່ງເນື້ອໃນໃບປິວ ສັ່ງວ່າ: ” ໃຫ້ກອງກຳລັງປະກອບອາວຸດປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກ ກິໂລແມັດທີ 4 ນາມະລາດໂດຍດ່ວນ.

ຖ້າບໍ່ປະຕິບັດພາຍໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນຈະຖືກດັບສູນ ”. ຄຳສັ່ງບໍ່ເປັນຜົນ ເມື່ອກອງທັບກູ້ຊາດລາວ ໄດ້ເດັດດ່ຽວ ເປັນນໍ້າໜຶ່ງໃຈດຽວ ຕໍ່ສູ້ຕ້ານຢັນຝຣັ່ງ ເປັນສັນຍານວ່າບັ້ນຮົບປ້ອງກັນທ່າແຂກ ໄດ້ເລີ່ມຂຶ້ນ. ພວກສັດຕູ ໃຊ້ທັງປືນໃຫຍ່ທັງເຮືອບິນສູ້ຮົບ ທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນຜູ້ບໍລິສຸດ ເສຍຊີ ວິດເປັນຈຳນວນຫລາຍ.

ເວລາ 12 ໂມງທ່ຽງຂອງມື້ດຽວກັນ ເມື່ອ “ເຫລັກຫລາຍກວ່າຖ່ານ” ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ສະເດັດເຈົ້າ ສຸພານຸວົງ ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ເພິ່ນຂ້າມໄປນະຄອນພະ ນົມເພື່ອຫລົບໄພກ່ອນ, ແຕ່ເພິ່ນບໍ່ຍອມໄປ ເພາະຕ້ອງບັນຊາແນວຮົບ ເພິ່ນເວົ້າວ່າ:” ຈະໜີຈາກປະຊາຊົນໄດ້ຢ່າງໃດເມື່ອເມືອງທ່າແຂກ ຍັງມີນັກຮົບກູ້ຊາດຕໍ່ສູ້ກັບສັດຕູຢູ່”.

ແນວໃດກໍດີເວລາຂີ່ເຮືອຈັກນ້ອຍຂ້າມນໍ້າຂອງເພິ່ນຖືກຍິງບາດເຈັບສາຫັດ, ເລືອດທີ່ໄຫລອອກຈາກບາດແຜໄດ້ລິນໄຫລລົງນໍ້າຂອງ ປົນກັບກະ ແສເລືອດ ຂອງປະຊາຊົນຄົນຮັກຊາດວິລະຊົນໃນວັນນັ້ນ. ພາຍຫລັງຜ່າຕັດ ແລະ ປິ່ນປົວບາດແຜໄລຍະໜຶ່ງ ຢູ່ປະເທດໄທ ຈົນດີ, ສະເດັດເຈົ້າ ສຸພານຸວົງ ໄດ້ກັບຄືນບ້ານເກີດເມືອງນອນ ແລະສືບຕໍ່ນຳພາການຕໍ່ສູ້ມີໄຊ ຂອງປະຊາຊົນ ເພື່ອເອກະລາດ ແລະ ອະທິປະໄຕຂອງປະເທດລາວ.