ໄລຍະນີ້ ລະວັງຟ້າຜ່າ ! ເກີດເຫດຟ້າຜ່າງົວປະຊາຊົນ ບ້ານໄຊຈະເລີນ ເມືອງເມິງ, ແຂວງບໍ່ແກ້ວໃນວັນທີ່ 15 ມິນາ 2022 ຜ່ານມາ ໄດ້ມີຟ້າຜ່າງົວ ຂອງປະຊາຊົນ ບ້ານໄຊຈະເລີນ (ກຸ່ມນໍ້າຍູ້), ເມືອງເມິງ, ແຂວງບໍ່ແກ້ວ.
ຕາມການລາຍງານ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເມິງໃຫ້ຮູ້ວ່າ: ໃນເວລາປະມານ 19 ໂມງ 00 ນາທີ ຂອງວັນທີ 15 ມິນາ 2022 ຜ່ານມາ ໄດ້ມີພາຍຸລົມແຮງ, ຝົນຕົກໜັກ, ມີຟ້າເຫຼື້ອມຟ້າຮ້ອງ – ຟ້າຝ່າ ບໍລິເວນຕົ້ນໄມ້ໃຫຍ່ ເຂດທາງໄປຊົນລະປະທານຫ້ວຍນໍ້າບາດ ເຊິ່ງບໍລິເວນດັ່ງກ່າວໄດ້ມີງົວ ຂອງປະຊາຊົນອາໃສຢູ່ ໄດ້ຖືກຟ້າຜ່າຕາຍ.
ດັ່ງນັ້ນ; ວິຊາການປະຈໍາສູນກະສິກໍາປະຈໍາກຸ່ມບ້ານ ໄດ້ສົມທົບກັບອົງການປົກຄອງບ້ານໄຊຈະເລີນ ແລະ ເຈົ້າຂອງສັດລ້ຽງ ໄດ້ພ້ອມກັນລົງກວດກາຕົວຈິງ ຢູ່ສະຖານທີ່ເກີດເຫດ ເຊິ່ງບໍລິເວນດັ່ງກ່າວໄດ້ພົບເຫັນງົວຈໍານວນ 27 ໂຕຖືກຟ້າຜ່າຕາຍ, ມີ 12 ຄອບຄົວ; ຜ່ານການເກັບກໍາຂໍ້ມູນ ແລະ ກວດກາສາເຫດການຕາຍ ແມ່ນເປັນຍ້ອນຟ້າຜ່າ, ເຊິ່ງບາງໂຕມີເລືອດອອກທາງປາກ, ທາງດັງ ແລະ ທາງຮູທະວານ, ສ່ວນອະໄວຍະວະທາງໃນແມ່ນເປັນປົກກະຕິດີ ເຊິ່ງມູນຄ່າຄວາມເສຍຫາຍທັງໝົດປະມານ 137 ລ້ານກວ່າກີບ.
ປະຈຸບັນ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ໄດ້ເຮັດໜັງສືລາຍງານ ໃຫ້ອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງໃຫ້ຮັບຮູ້ ເພື່ອຊອກວິທີທາງຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບຈາກຟ້າຜ່າງົວດັ່ງກ່າວໃຫ້ການຕາມຄວາມເໝາະສົມ.