ປະຈຸບັນ, ສັດປ່າຫຼາຍຊະນິດ ຢູ່ໃນສປປ ລາວ ແມ່ນຕົກຢູ່ໃນສະພາບຫຼຸດໜ້ອຍລົງ, ຈໍານວນໜຶ່ງໄດ້ສູນພັນໄປແລ້ວ ຍ້ອນໄພຄຸກຄາມຈາກຫຼາຍສາເຫດ ແລະ ເນື່ອງມາຈາກກິດຈະກໍາຂອງມະນຸດເປັນປັດໃຈຫຼັກ.
ອີງຕາມຂໍ້ມູນຈາກກົມສົ່ງເສີມຄຸນລະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສາເຫດສັດປ່າຫຼາຍຊະນິດຫຼຸດໜ້ອຍລົງ ແມ່ນຍ້ອນການທໍາລາຍປ່າໄມ້, ລ່າສັດ, ການຂະຫຍາຍທີ່ຢູ່ອາໃສ, ໂຄງການພັດທະນາຂະໜາດໃຫ່ຍ, ການຂະຫຍາຍເນື້ອທີ່ປູກຝັງ ແລະ ອື່ນໆ.
ພ້ອມກັນນັ້ນ, ການຊົມໃຊ້ແຫຼ່ງຊັບພະຍາກອນທຳມະຊາດເກີນຂອບເຂດ ໂດຍສະເພາະການຕັດໄມ້, ການຫາປາ, ການຄ້າຂາຍສັດປ່າຂ້າມຊາດແດນ, ຊຶ່ງກິດຈະກໍາເຫຼົ່ານີ້ ເປັນສາເຫດທີ່ພາໃຫ້ສູນເສຍຖິ່ນຢູ່ອາໄສຂອງສັດປ່າ ແລະ ທໍາລາຍລະບົບນິເວດຂອງພວກມັນ.
ສ່ວນການລ່າສັດແບບພື້ນເມືອງຂອງປະຊາຊົນໃນທ້ອງຖິ່ນ ຕ່າງໆເພື່ອການບໍລິໂພກພາຍໃນຄອບຄົວຂອງ ປະຊາຊົນແມ່ນຍັງມີຜົນກະທົບໜ້ອຍຢູ່.