ດັ່ງທີ່ເປັນຂ່າວມາຢ່າງຕໍ່ເນື່ອງ ດາລາສາວແຕງໂມ ນິດາ ທີຕົກລົງແມ່ນ້ຳເຈົ້າພະຍາ ເສຍຊີວິດ ເຊິ່ງພິທີໄວອາໄລໄດ້ສຳເລັດເສັດສິ້ນເປັນທີ່ຮຽບຮ້ອຍແລ້ວ ແຕ່ຮ່າງທີ່ໄຮ້ວິນຍານຂອງນັກສະແດງດັງຍັງບໍ່ທັນເຜົາ ເນື່ອງຈາກຕ້ອງຜ່າຊັນລະສູດອີກຮອບ ເພື່ອຄວາມກະຈ້າງແຈ້ງຂອງເຫດການເສຍຊີວິດ.
ເຊິ່ງການເສຍຊີວິດຂອງສາວແຕງໂມນັ້ນ ແມ່ນເປັນທີ່ສົນໃຈພໍສົມຄວນແກ່ພໍ່ແມ່ປະຊາຊົນພໍສົມຄວນ ແລະຜູ້ທີ່ຢູ່ກັບສາວແຕງໂມເທີງເຮືອເປັນຄົນສຸດທ້າຍນັ້ນກຳລັງເປັນຈຳເລີຍຂອງສັງຄົມຢູ່ຕາບໃດທີ່ຄະດີຍັງບໍ່ສິ້ນສຸດ.
ແນວໃດກໍ່ຕາມ ໄຮໂຊປໍ ໜຶ່ງໃນ 5 ຄົນທີ່ຊວນໄປນັ່ງເຮືອທ່ຽວນຳກັນ ທັງເປັນເຈົ້າຂອງເຮືອສະປິດໂບກລຳທີ່ເກີດເຫດໄດ້ສຳນຶກຜິດໃນເຫດຮ້າຍຄັ້ງນີ້ ອັນເຮັດໃຫ້ເພື່ອນເກົ່າຢ່າງແຕງໂມຕ້ອງຈາກໄປຢ່າງບໍ່ມີວັນກັບ ຈິ່ງຂໍບວດເພື່ອອຸທິດສ່ວນກຸສົນແກ່ດາລາສາວ.
ເຈົ້າໜ້າທີ່ຕຳຫຼວດກໍ່ເຫັນວ່າທັງສອງແມ່ນສະແດງຄວາມຮັບຜິດຊອບ ແລະເຫັນວ່າບໍໄດ້ລົບໜີຈີິ່ງໃຫ້ທັງສອງໄດ້ເຮັດຕາມຄວາມປາຖະໜາຄືບວດພາມຖືສິນ8.
ການບວດຂອງຊາຍໜຸ່ມທັງສອງນັ້ນ ແມ່ນເປັນການຖືສິນ ແລະບຳເພັນພຽນພາວະນາ ຕະຫຼອດຊ່ວງນີ້ແມ່ນຈະຂໍປິດວາຈາບໍ່ໃຫ້ສຳພາດໃດໆທັ່ງສິ້ນ.
ສອງໜຸ່ມຍັງບອກວ່າການບວດຄັ້ງນີ້ຕ້ອງການມາພຽງພາວະນາ ເດີນທຸດົງ(ຍ່າງຕີນເປົ່າ) ສ້າງບຸນກຸສົນໃຫ້ເຖິງແຕງໂມຜູ້ລ່ວງລັບໂດຍແທ້.
ໄຮໂຊປໍບອກວ່າ ເຖິງແມ່ນແຕງໂມຈະຖືສາສະໜາຄຣິສ ບໍ່ໄດ້ຖືພຸດ ແຕ່ຕົນເຊື່ອໃນບຸນຂອງຄົນດີຈະເຖິງເພື່ອນເກົ່າຜູ້ລ່ວງລັບ ແລະຂໍໃຫ້ທຸກຄົນຮ່ວມອານຸໂມທະນາ ຂໍໃຫ້ຜົນບຸນນີ້ໄປຮອດໄປເຖິງດາລາສາວແຕງໂມດັ່ງໃຈຫວັງ.