ການກຳນົດຄ່າດອງ ຫຼື ຄ່າສິນສອດ ເປັນຮີດຄອງແຕ່ບໍ່ມີຜົນບັງຄັບທາງກົດໝາຍ

0
152

ເມື່ອເວົ້າເຖິງປະເພນີ ການແຕ່ງດອງ ມັກໄດ້ຍິນຄຳວ່າ “ຄ່າດອງ ຫຼື “ສິນສອດ” ຄຽງຄູ່ກັນສະເໝີ ຜ່ານມາມັກປາກົດໃຫ້ເຫັນການຄາດຄ່າດອງລະດັບຮ້ອຍລ້ານພັນລ້ານ, ຫຼາຍຄູ່ຕ້ອງແຍກທາງກັນຍ້ອນບໍ່ມີຄ່າດອງມາແຕ່ງ, ບາງຄູ່ຕ້ອງຂ້າຕົວຕາຍກາຍເປັນບັນຫາຂອງສັງຄົມແຕ່ຫຼາຍໆຄູ່ກໍສົມຫວັງຍ້ອນ ຄ່າດອງພຽງພໍແຕ່ກໍເຮັດ ໃຫ້ຫຼາຍຄົນສົງໄສພ້ອມທັງຕັ້ງຄຳຖາມໃນໃຈວ່າຄ່າດອງໝາຍເຖິງຫຍັງ, ເປັນຫຍັງຈຶ່ງຕ້ອງມີ, ມີມາແຕ່ສະໄໝໃດ? ປະເທດອື່ນໆຄືກັບ ບ້ານເຮົາບໍ່ ? ເຊິ່ງຄຳຖາມຕ່າງໆເຫຼົ່ານີ້ມັກເກີດຂຶ້ນກັບສະເພາະອ້າຍນ້ອງຊາຍ ເພາະປະເພນີລາວຜູ້ຊາຍເປັນຝ່າຍໄປສູ່ຂໍ ແລະ ມອບຄ່າ ດອງໃຫ້ກັບຝ່າຍຍິງ.

ໃນຄວາມໝາຍຂອງ “ຄ່າດອງ” ຫຼື “ສິນສອດ” ໃນເບື້ອງຕົ້ນຖືວ່າມີຄວາມໝາຍດີ ເພາະມັນເປັນສິ່ງຢັ້ງຢືນຄວາມຮັກຄວາມມັກຂອງຄູ່ບ່າວສາວ ແລະ ທັງເປັນຫຼັກຄໍ້າປະກັນຂອງຊີວິດຄູ່ພາຍຫຼັງທີ່ແຕ່ງດອງເປັນຜົວເມຍ ກັນແລ້ວຄືເມື່ອຢູ່ນຳກັນຈະເອົາເປັນທຶນການສ້າງຄອບຄົວ ແລະ ເງິນດັ່ງກ່າວ ສ່ວນໜຶ່ງແມ່ນຖືກໃຊ້ຈ່າຍໃນງານແຕ່ງດອງເພື່ອຈັດງານລ້ຽງແຂກຄົນທີ່ມາຮ່ວມຍິນດີນຳຄູ່ສົມລົດໃໝ່. ໃນອີກຄວາມໝາຍໜຶ່ງທີ່ຄົນລາວມັກເວົ້າກັນກໍຄືຄ່າດອງແມ່ນເງິນທີ່ຜູ້ຊາຍຕ້ອງມອບໃຫ້ພໍ່ແມ່ຝ່າຍຍິງເພື່ອເປັນຄ່ານໍ້ານົມ, ຄ່າລ້ຽງດູລູກສາວມາຈົນໃຫຍ່ໂຕດັ່ງນີ້ ເປັນຕົ້ນ.

ສຳລັບປະຫວັດຄວາມເປັນມາຂອງການຄາດຄ່າດອງ ແມ່ນບໍ່ມີຫຼັກຖານຢ່າງຈະແຈ້ງວ່າເລີ່ມ ແຕ່ຍຸກສະ ໄໝໃດ ຫຼື ໃຜເປັນຜູ້ຄາດຄ່າດອງກ່ອນໝູ່ ແຕ່ຖ້າອີງໃສ່ສະພາບຂອງສັງຄົມລາວກໍຄົງຈະເລີ່ມຈາກຍຸກທີ່ເປັນສັກດີນາທີ່ມີວັດຖຸເງິນຄຳເປັນຫຼັກຄໍ້າປະກັນຊີວິດດັ່ງການຄາດຄ່າດອງໃນປຶ້ມຮີດຄອງສະບັບໜຶ່ງຂຽນວ່າ “ຖ້າເປັນລູກເຈົ້າເມືອງ ອຸປະລາດ ລາຊະວົງ ລາຊະບຸດ ເມືອງແສນ ເມືອງຈັນ ລາຄາຄ່າຕົວຫົກຕຳລຶງ, ຖ້າເປັນລູກສາວນາຍກອງຕາ ແສງລາຄາຄາຕົວສາມຕຳ ລຶງ, ຖ້າເປັນລູກຄົນທໍາມະດາສາມັນຕີລາຄາຄ່າຕົວຫົກບາດ, ການຄາດຄ່າດອງ ຂອງຍິງນັ້ນເຈົ້າໂຄດຝ່າຍຊາຍມັກຈະຂໍຕໍ່ລອງກັນຖ້າ ຕົກໄດ້ ແລ້ວເປັນເທົ່າໃດ ຕ້ອງເອົາເງິນມາໃຫ້ຝ່າຍຍິງໃນວັນແຕ່ງດອງ” ເມື່ອສັງເກດໃນຄຳກ່າວນີ້ເຫັນໄດ້ວ່າ ຖ້າເປັນ ເຈົ້າຂຸນມຸນນາຍຄ່າດອງຈະແພງສະນັ້ນ, ສະໄໝກ່ອນ ຈຶ່ງມັກມີລັກສະນະວ່າ ລູກເຈົ້ານາຍ, ຄົນລວຍກໍຕ້ອງ ເອົງກັນເອງ ແລະ ລູກຊາວບ້ານທົ່ວໄປກໍເອົາກັນເອງ ຖ້າຫາກຝ່າຍຊາຍເປັນຊາວບ້ານທຳມະດາກໍຕ້ອງມີເງິນຄຳຫຼາຍເພື່ອໄປແຕ່ງກັບ ລູກເຈົ້ານາຍ.

ການຄາດຄ່າດອງແພງ ໃນສະໄໝບູຮານຈົນກາຍເປັນບັນຫາ ເຊິ່ງສະແດງອອກໃນວັນນະຄະດີລາວ ເຊັ່ນ: ເລື່ອງທ້າວບາຈຽງ ແລະນາງມະໂລງ, ເລື່ອງຂຸນລູນາງອົ້ວ ຍ້ອນຜູ້ເປັນແມ່ເຫັນແກ່ເງິນຄຳຈົນເຮັດໃຫ້ຕົວລະຄອນໃນສອງ ເລື່ອງນີ້ຕ້ອງໄດ້ຂ້າຕົວຕາຍ, ເລື່ອງທ້າວກໍ່າກາດຳທີ່ໄປມັກລູກສາວຫຼ້າຂອງພະຍາຈົນຮອດເຖິງພະອິນ, ເລື່ອງທ້າວຮຸ່ງທ້າວເຈືອງ ທີ່ແມ່ ນາງງ້ອມ ຄາດຄ່າດອງແພງ ຈົນບໍ່ມີເງິນໄປແຕ່ງ ຕ້ອງໄດ້ເຮັດສົງຄາມກັບເມືອງອື່ນ ເພື່ອທ້ອນໂຮມຄ່າດອງ ດັ່ງນີ້ເປັນຕົ້ນ.

ໃນກົດໝາຍວ່າດ້ວຍຄອບຄົວ ພາກທີ II ໝວດທີ 1 ມາດຕາທີ 6-7/1 ໄດ້ກ່າວເຖິງການໝັ້ນໝາຍ, ການສູ່ຂໍ, ການປະຕິບັດສັນຍາ ແລະ ການຄ້າງຄ່າດອງ. ແຕ່ບໍ່ປາກົດເວົ້າເຖິງຈຳນວນຄ່າດອງ ເຊິ່ງຄ່າດອງແມ່ນຕ້ອງອີງໃສ່ຄວາມຕົກລົງ ເຫັນດີຂອງທັງສອງກໍ້າ ສອງຝ່າຍຕາມຮີດຄອງປະເພນີ ແລະ ບໍ່ໄດ້ໝາຍເຖິງຝ່າຍຊາຍຕ້ອງຈ່າຍຄ່າດອງພຽງຝ່າຍດຽວ.

ການຄາດຄ່າດອງ ບໍ່ສະເພາະແຕ່ປະເພນີລາວເຮົາ ເທົ່ານັ້ນແຕ່ເປັນປະເພນີຮ່ວມບັນດາຫຼາຍປະເທດ ໃນ ພາກພື້ນອາຊີ ເຊິ່ງກົງຂ້າມກັບຫຼາຍປະເທດແຖບເອີຣົບ ເມື່ອເກີດມີຄວາມມັກຮັກ, ສຶກສານິດໄສໃຈຄໍກັນຈົນເຫັນວ່າສາມາດ ໃຊ້ຊີວິດຮ່ວມກັນໄດ້ແລ້ວກໍຈົດທະບຽນສົມລົດ ແລະ ແຕ່ງດອງສ້າງຄອບຄົວຢູ່ກິນນຳກັນ ໂດຍບໍ່ຕ້ອງມີຄ່າດອງ ຫຼື ສິນສອດມອບໃຫ້ ພໍ່ແມ່ແຕ່ທັງຝ່າຍຍິງ ແຕ່ຝ່າຍຍິງ ແລະ ຝ່າຍຊາຍຕ້ອງມີຄວາມພໍໃຈ ແລະ ມີຊັບສິນຄໍ້າປະກັນວ່າພ້ອມທີ່ຈະເບິ່ງແຍງຄູ່ຮັກຂອງຕົນໄດ້.
ເຖິງຢ່າງໃດກໍຕາມ, ເມື່ອສັງຄົມປ່ຽນໄປ ຈາກຍຸກເກົ່າມາເຖິງຍຸກໃໝ່ແລ້ວເຫັນວ່າ ມີອັນປ່ຽນແປງໄປຫຼາຍຢ່າງເຊັ່ນ ຝ່າຍຍິງສູ່ຂໍຝ່າຍຊາຍ, ຕົກລົງສິນສອດກັນພໍແລ້ວຮີດ ແຕ່ບໍ່ຕ້ອງຍົກເງິນມາປົງ ຫຼື ຍົກເງິນມາປົງແຕ່ກໍຍົກຄືນໃຫ້ລູກເປັນເງິນຄໍ້າປະກັນສ້າງເນື້ອສ້າງຕົວ ດັ່ງນີ້ເປັນຕົ້ນ.

ຈາກບັນຫາ ແລະ ປາກົດການໃນສັງຄົມຜ່າ ມາເຮົາຄວນຈະມີວິທີແກ້ໄຂໃຫ້ເໝາະສົມເພື່ອໃຫ້ຄູ່ບ່າວ ສາວທີ່ມັກຮັກກັນໄດ້ເປັນຄູ່ຜົວເມຍກັນ ແລະ ກາຍເປັນຄອບຄົວທີ່ອົບອຸ່ນບໍ່ສ້າງບັນຫາໃຫ້ແກ່ສັງຄົມ ແທນທີ່ຈະມາກັງວົນເລື່ອງຄ່າດອງຈົນເຮັດໃຫ້ຫຼາຍຄູ່ຕ້ອງເສຍໂອກາດສ້າງຄອບຄົວ ແລະ ປະໂຫຍດຕໍ່ສັງຄົມ ສຳລັບຜູ້ຂຽນເຫັນວ່າການຄາດຄ່າດອງຄວນໃຫ້ທັງສອງຝ່າຍມອບເງິນເປັນສ່ວນກາງເທົ່າໆກັນ ເພາະມັນສະແດງເຖິງຄວາມສະເໝີພາບລະຫວ່າງຍິງຊາຍຕໍ່ໜ້າກົດໝາຍ,ກຽດສັກສີ ແລະ ຮີດຄອງປະເພນີອັນດີງາມ ຢ່າງເທົ່າທຽມກໍອາດເປັນໄປໄດ້.