ຂ່າວດີ ອາດສະພອນ ວາງສີລາລືກ ກໍ່ສ້າງຕຶກປິ່ນປົວໃໝ່ຢູ່ໃນໂຮງໝໍເມືອງ

    0
    238

    ຕາມຄວາມຈິງປັດຈຸບັນ ສະຖານທີ່ປິ່ນປົວສະເພາະພະສົງໃນລາວ ແມ່ນຍັງບໍ່ມີເທື່ອ ໂດຍຈະປິ່ນປົວຕາມໂຮງໝໍຕ່າງໆຄືກັນກັບຄົນທົ່ວໄປ ເຊິ່ງບາງຄັ້ງກໍ່ອາດຈະພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ສະນັ້ນຖ້າມີຫ້ອງປິ່ນປົວສະເພາະພະສົງແມ່ນຖືວ່າເປັນຂ່າວດີ ແລະອາດສະພອນກຳລັງຈະມີຕຶກປິ່ນປົວໃໝ່ຢູ່ໃນໂຮງໝໍເມືອງ.

    ໃນຕອນເຊົ້າຂອງວັນທີ 13 ມີນາ 2022 ນີ້ ຢູ່ເດີ່ນຫ້ອງການສາທາລະນະສຸກ ເມືອງ ອາດສະພອນ ໄດ້ມີພິທີວາງສີລາລືກ ກໍ່ສ້າງຕຶກປິ່ນປົວພະສົງ-ສາມະເນນ ປະຈໍາເມືອງຂຶ້ນຢ່າງເປັນທາງການ ໂດຍມີ ຍາທ່ານ ປານ ສຸພັນໂນ ກໍາມະການສູນກາງອົງການພຸດທະສາສະໜາສໍາພັນລາວ ທັງເປັນປະທານອົງການພຸດທະສາສະໜາສຳພັນ ແຂວງ ສະຫັວນນະເຂດ,ຍາທ່ານ ຈັນດາ ເຄນສັກດາ ຮອງຄະນະ ອພສ ແຂວງ, ຍາທ່ານ ສີທາ ວິໄລສັກ ປະທານອົງການພຸດທະສາດສະໜາ ສຳພັນເມືອງ, ມີ ປະທານອົງ ການພຸດທະສາສະໜາ ສຳພັນນະຄອນໄກສອນພົມວິຫານ ນອກຈາກນີ້ກໍ່ຍັງມີທ່ານ ນາງ ບຸນທະລັງສີ ຄໍາມະນີວົງ ເຈົ້າເມືອງອາດສະພອນ, ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

    ສໍາລັບການກໍ່ສ້າງຕຶກສົງ ຢູ່ໂຮງໝໍເມືອງ ໃນຄັ້ງນີ້ ແມ່ນຈະໄດ້ເລີ່ມລົງມືຈັດຕັ້ງປະບັດການກໍ່ສ້າງຕາມແຜນ ແມ່ນເປັນອາຄານຊັ້ນດຽວ ມີ 8 ຫ້ອງ ,ມີຄວາມກວ້າງ 8 ແມັດ ຍາວ 35 ແມັດ ຄາດຄະເນວ່າຈະນໍາໃຊ້ທຶນເຂົ້າໃນການກໍສ້າງ ປະມານ 500 ລ້ານກີບ ໂດຍຈະລະດົມທັງພາຍໃນແລະຕ່າງປະເທດ ສໍາລັບພາຍໃນແມ່ນຈະໄດ້ອາໄສພຸດທະສາສະໜາ, ພະສົງ-ສາມະເນນ ຢູ່ ຂັ້ນແຂວງ-ຂັ້ນເມືອງ ແລະອົງການປົກຄອງເມືອງ, ການນໍາຂັ້ນເມືອງ ພາກສ່ວນທີ່ກ່ຽວຂ້ອງ ຊ່ວຍກັນລະດົມທຶນ.

    ຈາກ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.