ການຕອບບຸນແທນຄຸນພໍ່ແມ່ ສິ່ງທີ່ລູກທັງຫລາຍຕ້ອງເຮັດ

0
89

ນັກປາດໃນສະໄໝບູຮານ ພັນລະນາເຖິງບຸນຄຸນພໍ່ແມ່ວ່າ “ຫາກຈະເອົາແຜ່ນຟ້າມາເປັນເຈ້ຍ ເອົາ ພູພະສຸເມນ ມາເປັນປາກກາ ເອົານ້ຳໃນມະຫາສະໝຸດ ມາເປັນນ້ຳເມິກ ຈົດຈາລຶກ ພັນລະນາບຸນຄຸນພໍ່ແມ່ໄປຈົນກວ່າໝົດເຈ້ຍ ແລະ ນ້ຳເມິກກໍບໍ່ສາມາດພັນລະນາໄດ້ຄົບຖ້ວນ”. ອາຈານ ທ່ານໜຶ່ງ ເທສະໜາວ່າ:ລູກທຸກ ຄົນຕ້ອງມີໜ້າທີ່ປະຕິບັດຕໍ່ພໍ່ແມ່ ຄືທ່ານລ້ຽງເຮົາມາ ເຮົາຕ້ອງລ້ຽງເພິ່ນຕອບແທນ ໝາຍຄວາມວ່າ ພໍ່ແມ່ ລ້ຽງເຮົາມາເປັນຢ່າງດີ ເມື່ອພວກເພິ່ນແກ່ເຖົ້າ ລູກຈຶ່ງຕ້ອງພະຍາຍາມເບິ່ງແຍງພວກເພິ່ນໃຫ້ດີດັ່ງທ່ານໄດ້ ອົດສາລ້ຽງເຮົາມາຢ່າງຍາກລຳບາກ ບໍ່ວ່າຈະເປັນການລ້ຽງຮ່າງກາຍ ແລະ ລ້ຽງນໍ້າໃຈ.

ລ້ຽງຮ່າງກາຍ ໝາຍວ່າ:ພະຍາຍາມຫາເຂົ້າປາອາຫານເຂົ້າໜົມ ແລະ ໝາກໄມ້ດີໆໃໝ່ໆມາບຳລຸງບໍ່ໃຫ້ຂາດຕົກບົກພ່ອງຕະຫລອດ 3 ຄາບເມື່ອຮອດຍາມຮັບປະທານອາຫານ, ຊອກເຄື່ອງນຸ່ງຫົ່ມທີ່ດີ ເໝາະສົມມາໃຫ້ນຸ່ງຕາມສົມຄວນ, ຈັດຫາບ່ອນຢູ່ອາໄສໃຫ້ພັກຜ່ອນຢ່າງຜາສຸກ. ຍາມເພິ່ນເຈັບໄຂ້ ກໍຟ້າວຫາໝໍມາປິ່ນປົວ ແລະ ຕົນເອງກໍພະຍາຍາມເອົາໃຈໃສ່ບໍ່ປະໃຫ້ເພິ່ນເຫງົາ, ເວລາເພິ່ນຮາກ ຍ່ຽວ ຫລື ຂີ້ ຮວາດບ່ອນ ຕ້ອງພະຍາຍາມຊັກລ້າງ ຫລື ປ່ຽນໃໝ່ໃຫ້ເພິ່ນໂດຍມືຂອງຕົນເອງຢ່າງເຕັມໃຈ ຄືເພິ່ນເຄີຍໄດ້ເຮັດໃຫ້ເຮົາຕອນທີ່ຍັງເປັນເດັກນ້ອຍ.

ລ້ຽງນ້ຳໃຈ ຈົ່ງພະຍາຍາມເຮັດທຸກຢ່າງບໍ່ໃຫ້ຂັດເຄືອງໃຈພໍ່ແມ່ ເມື່ອທ່ານມີປະສົງຈະເອົາຫຍັງ ຫລື ຈະໃຫ້ເຮົາເຮັດຫຍັງ ຈົ່ງພະຍາຍາມເຮັດຕາມທີ່ທ່ານຕ້ອງການຢ່າງເຕັມໃຈເຖິງວ່າສິ່ງນັ້ນຈະບໍ່ຖືກຄວາມຕ້ອງ ການກໍດີ ຫລື ເປັນເລື່ອງທີ່ບໍ່ຄວນເຮັດແຕ່ບໍ່ເສຍຫາຍກໍດີ. ຈົ່ງສັງເກດວ່າ ສິ່ງໃດເພິ່ນມັກເຮັດ ອັນໃດເພິ່ນມັກກິນ ເຖິງວ່າເພິ່ນບໍ່ໄດ້ບອກຂໍຮ້ອງ ກໍຈົ່ງພະຍາຍາມຈັດຫາມາສະໜອງ. ຖ້າເຮັດໄດ້ແບບນີ້ ເພິ່ນຈະພູມ ໃຈຫລາຍ ເພາະດີໃຈທີ່ລູກຮູ້ຈັກໃຈເພິ່ນ. ຖ້າບາງເທື່ອ ບໍ່ສາມາດເຮັດຕາມຄວາມປະສົງຂອງເພິ່ນໄດ້ກໍຢ່າຟ້າວຖຽງ ຫລື ຄັດຄ້ານ ເຮັດເສີຍໄວ້ກ່ອນ ແລ້ວຫາອຸບາຍເວົ້າໃຫ້ເພິ່ນເຂົ້າໃຈວ່າ ສິ່ງນັ້ນຜິດ ຫລື ຍາກທີ່ຈະເຮັດໄດ້.

ຍາມເມື່ອເພິ່ນລ່ວງລັບໄປແລ້ວ ເຮົາຄວນເຮັດບຸນອຸທິດໃຫ້ເພິ່ນ, ລະງັບຄວາມທຸກໃຈແລ້ວພິ ຈາລະນາໃຫ້ເຫັນຄວາມເປັນຈິງວ່າ ພໍ່ແມ່ເຮົາຕ້ອງຕາຍໄປຕາມທຳມະດາຂອງທຸກຄົນທີ່ເກີດມາແລ້ວຕ້ອງ ຕາຍ ປູ່ຍ່າຕາທວດຂອງເຮົາກໍເຊັ່ນກັນ ແລະ ພວກເພິ່ນກໍເອົາອັນໃດໄປບໍ່ໄດ້ຈັກຢ່າງ ແມ່ນແຕ່ສິ່ງທີ່ພວກເພິ່ນຮັກດັ່ງດວງໃຈ ກໍເອົາໄປບໍ່ໄດ້, ເຮົາເອງກໍເຊັ່ນກັນ.

ດັ່ງນັ້ນໜ້າທີ່ຂອງເຮົາຄື ຕ້ອງທໍາບຸນກຸສົນອຸທິດຜົນບຸນນັ້ນໆໄປໃຫ້ເພິ່ນ ເພາະຈະເຮັດແນວອື່ນກໍບໍ່ຖືກບໍ່ຄວນ ຍ້ອນວ່າພວກເພິ່ນບໍ່ມີຊີວິດແລ້ວ ຈະບຳລຸງກາຍ ຫລື ລ້ຽງນ້ຳໃຈກໍບໍ່ໄດ້ ດັ່ງນັກປາດກ່າວໄວ້ວ່າ “ບຸນກຸສົນທີ່ເຮົາອຸທິດໄປໃຫ້ເທົ່ານັ້ນຖ້າເພິ່ນໄດ້ມີໂອ ກາດຮັບອະນຸໂມທະນາກໍຈະສຳເລັດປະໂຫຍດເປັນຄວາມສຸກຄວາມຈະເລີນຕໍ່ເພິ່ນໄດ້” ແລະ ພວກເຮົາກໍຄວນເຮັດແຕ່ສິ່ງທີ່ເປັນບຸນເປັນກຸສົນອີຫລີ ບໍ່ຄວນເຮັດບາບໃນການເຮັດບຸນອຸທິດໃຫ້ພໍ່ແມ່ເຊັ່ນ ຂ້າ ຫລື ສັ່ງໃຫ້ຜູ້ອື່ນຂ້າ ເອົາຊີ້ນສັດມາເຮັດບຸນກໍບໍ່ສົມຄວນ ຫລື ຈະເສບງັນກໍບໍ່ເໝາະສົມເພາະບໍ່ແມ່ນເລື່ອງບຸນກຸ ສົນ ຄວນເຮັດແຕ່ເລື່ອງຮັກສາສິນ ຟັງທຳມະເທສະໜາບຳເພັນທານຕາມສົມຄວນຕໍ່ການເວລາເທົ່ານັ້ນບຸນ ກຸສົນທີ່ຈະອຸທິດໄປໃຫ້ພໍ່ແມ່ຈຶ່ງຈະເປັນບຸນທີ່ບໍລິສຸດ ບໍ່ໃຫ້ມີບາບອັນໃດມາເຈືອປົນ ເຊິ່ງຈະເປັນບາບກຳຕໍ່ໄປອີກ ຍ້ອນການເຮັດບຸນໃຫ້ພໍ່ແມ່ເປັນສາເຫດ.

ການອຸທິດຈາກໃຈສະຫງົບ ແລະ ໃສສະອາດແທ້ໆບໍ່ແມ່ນເຮັດດ້ວຍຄວາມຮີບຮ້ອນ ຫລື ຢາດນ້ຳຈົນຈົບ ຄູບາໃຫ້ພອນ ພໍເປັນພິທີເທົ່ານັ້ນ. ຜູ້ທີ່ບຳລຸງລ້ຽງພໍ່ແມ່ ຕອບແທນບຸນຄຸນຂອງເພິ່ນທັງສອງ ດ້ວຍວິທີການຕ່າງໆດັ່ງກ່າວມາແລ້ວ ຍ່ອມມີຄວາມຈະເລີນກ້າວໜ້າໃນຊີວິດຫລາຍ ຍ່ອມໄດ້ບຸນກຸສົນຫລາຍ ແລະ ເປັນທີ່ຮັກໄຄ່ຂອງຜູ້ພົບເຫັນ ແລະ ຈະປອດໄພ ເມື່ອມີອັນຕະລາຍຕໍ່ຊີວິດ.