ເກີດແຜ່ນດິນໄຫວໃນອິນໂດເນເຊຍ ມີຜູ້ເສຍຊີວິດ 2 ຄົນ ຂະໜາດ 6,2 ລິກເຕີ ໃນພື້ນທີ່ ໃກ້ແຄມຝັ່ງ ຕາເວັນຕົກ ເທິງເກາະ ສຸມາຕຣາ ເກີດແຜ່ນດິນໄຫວໃນອິນໂດເນເຊຍ ມີຜູ້ເສຍຊີວິດ2ຄົນ
ຂປລ.ສຳນັກຂ່າວ ຣອຍເຕີ,ວັນທີ25ກຸມພານີ້,ສຳນັກງານ ອຸຕຸນິຍົມແລະ ພູມສາດ ຂອງອິນໂດເນເຊຍ(BMKG) ແຈ້ງວ່າ: ເກີດເຫດແຜ່ນດິນໄຫວ ຂະໜາດ 6,2 ລິກເຕີ ໃນພື້ນທີ່ ໃກ້ແຄມຝັ່ງ ຕາເວັນຕົກ ເທິງເກາະ ສຸມາຕຣາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 2ຄົນ,ອາຄານ ເຮັດວຽກຂອງລັດ,ເຮືອນປະຊາຊົນ ແລະ ທະນາຄານ ໄດ້ຮັບຄວາມເສຍຫາຍ ຫລາຍແຫ່ງ.ຂະນະທີ່ ປະຊາຊົນ ໃນມາເລເຊຍ ແລະ ສິງກະໂປ ຕ່າງຮູ້ສຶກ ໄດ້ເຖິງແຮງສັ່ນສະເທືອນ ທີ່ເກີດຈາກ ແຜ່ນດິນໄຫວ ໃນຄັ້ງນີ້.ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມລົງພື້ນທີ່ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ