ວັນຈັນ:ການງານ ບໍ່ຄ່ອຍມີເວລາວ່າງໃຫ້ຕົນເອງປານໃດ ເພາະມຸ້ງໜ້າເຮັດແຕ່ວຽກໃຫ້ດີທີ່ສຸດ ການເງິນ ມີທັງຮັບທັງຈ່າຍສະລັບກັນໄປໃນຊ່ວງນີ້ ພະຍາຍາມວາງແຜນການໃຊ້ຈ່າຍໃຫ້ຮອບຄອບຫລາຍໆ
ຄວາມຮັກ ໄລຍະທາງຍັງເປັນອຸປະສັກທີ່ສົ່ງຜົນຕໍ່ຄວາມສຳພັນທີ່ດີຕໍ່ກັນ ຄວນແບ່ງເວລາໃຫ້ກັນຫລາຍຂຶ້ນ
ວັນຄານ:ການງານ ລະວັງເລື່ອງການທຸ້ມເທດ້ານການງານ ຈະສົ່ງຜົນໃຫ້ເກີດຄວາມເມື່ອຍຫລາຍຈົນເກີນໄປ ການເງິນ ວາງແຜນໃນການປະຢັດຄ່າໃຊ້ຈ່າຍຕ່າງໆ ເຂົ້າໄວ້ ຈະເປັນການດີທີ່ສຸດໃນຊ່ວງນີ້
ຄວາມຮັກ ຈະສົມຫວັງດ້ານຄວາມຮັກແບບທີ່ທ່ານຝັນແລະປາດຖະຫນາກໍເປັນໄປໄດ້
ວັນພຸດ:ການງານ ຈະພົບອຸປະສັກດ້ານການງານຕ່າງໆ ແຕ່ການເຈລະຈາຕໍ່ລອງດ້ານທຸລະກິດກໍຍັງເຮັດໄດ້ດີຢູ່ ການເງິນ ຫາເງິນໄດ້ຕະຫລອດເພາະໂຊກດີ ຈະໄດ້ພົບຜູ້ອຸປະຖຳທາງດ້ານການເງິນຢ່າງເປັນໂຊກດີ ຄວາມຮັກ ຖ້າແບ່ງເວລາໃຫ້ກັບຄົນຮັກໄດ້ຫລາຍຂຶ້ນ ກໍມີໂອກາດສ້າງຄວາມສຳພັນທີ່ດີຕໍ່ກັນ
ວັນພະຫັດ:ການງານ ຕິດຂັດອຸປະສັກດ້ານການງານ ແຕ່ກໍຈະແກ້ໄຂບັນຫາສະເພາະໜ້າໃຫ້ຜ່ານພົ້ນໄປໄດ້ດ້ວຍດີ ການເງິນ ລະວັງເອກະສານທາງດ້ານການເງິນເກີດຄວາມເປັນໂມຄະ ໃຫ້ໃຊ້ຄວາມຮອບຄອບໃນການຕັດສິນໃຈ ຄວາມຮັກ ມີຫນ້າທີ່ທີ່ຕ້ອງໄປຈັດການໃຫ້ສຳເລັດໂດຍໄວ ຈຶ່ງຍັງບໍ່ໄດ້ໃຫ້ຄວາມສຳຄັນດ້ານຄວາມຮັກ
ວັນສຸກ:ການງານ ເພາະຄວາມດຸໜັ່ນຈຶ່ງສາມາດສ້າງຜົນງານຕ່າງໆ ໄດ້ດີຂຶ້ນຢ່າງເປັນໂຊກສະເໝີ ການເງິນ ພະຍາຍາມວາງແຜນການໃຊ້ຈ່າຍແຕ່ກໍເຮັດໄດ້ດີ ມີຄົນລໍຖ້າອຸປະຖຳດ້ານການເງິນກໍເປັນໄປໄດ້ ຄວາມຮັກ ຄວາມສຳພັນດ້ານຄວາມຮັກບໍ່ຄ່ອຍລົງຕົວ ເພາະໃນເລື່ອງຄວາມເຫີນຫ່າງລະຫວ່າງກັນ
ວັນເສົາ:ການງານ ຈະເຮັດທຸລະກິດຫຍັງກໍຈະເປັນໂຊກດີໄປທຸກຢ່າງ ຈະພົບການປ່ຽນແປງຍົກຍ້າຍຫລືເດີນທາງກໍເປັນໄປໄດ້ ການເງິນ ມີເລື່ອງຈ່າຍເງິນອອກໄປຢ່າງວ່ອງໄວ ແຕ່ກໍຈະສາມາດຫາເຂົ້າມາໄດ້ຢ່າງວ່ອງໄວເຊັ່ນກັນ ຄວາມຮັກ ຊ່ວງນີ້ມີສະເນ່ຫລາຍໆ ມີໂອກາດພົບຄົນຮັກ ພົບຄູ່ ພົບຄົົນທີ່ຖືກໃຈ ມີໂອກາດສົມຫວັງຫລາຍໆ
ວັນອາທິດ:ການງານ ວຽກງານຫລາຍ ຈະພົບອຸປະສັກດ້ານການງານ ແຕ່ຄວາມສະຫລາດຈຶ່ງມີໂອກາດເຮັດໃຫ້ເກີດຄວາມສຳເລັດກໍເປັນໄປໄດ້ ການເງິນ ມີທັງຮັບທັງຈ່າຍສະລັບກັນໄປ ໃນຊ່ວງນີ້ຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວ ຄວາມຮັກ ຊ່ວງນີ້ມີສະເນ່ຫລາຍໆ ມີໂອກາດສົມຫວັງດ້ານຄວາມຮັກໄດ້ດີຂຶ້ນເປັນຢ່າງຫລາຍ