ຄົນເຮົາທຸກຄົນມີຄວາມສາມາດຕ່າງກັນ ແລະຖ້າຈະທຽບກັບຕ່າງປະເທດແລ້ວບ້ານເຮົາຍັງມີຊ່ອງທາງທຳມາຫາກິນສະບາຍກວ່າຫຼາຍ ຈິ່ງບໍ່ຄວນເອົາໂຕເອງໄປພົວພັນກັບສິ່ງບໍ່ດີ ຄືກັບສອງຄົນນີ້ກຳລັງຢູ່ໃນໄວເຮັດວຽກຫາເງິນໄດ້ດີ ແຕ່ຢາກລວຍທາງລັດຫັນມາຄ້າຢາຈົບອານາຄົດຊົ່ວຄາວໄປຫຼາຍປີ.
ນະຄອນໄກສອນ ພົມວິຫານ ຕັ້ງໜ້າຜັນຂະຫຍາຍວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ໂດຍມາໃນວັນທີ 02 ກຸມພາ2022 ນີ້, ທາງເຈົ້າໜ້າທີ່ ຕຳຫຼວດໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ກັກຕົວ ເປົ້າໝາຍຄ້າ-ຂາຍຢາເສບຕິດ ໄດ້ 2 ຄົນ, ຊື່ ທ້າວ ອັກສອນ ປະດິດ (ໂອ້) ອາຍຸ 29 ປີ, ອາຊີບວ່າງງານ ບ້ານໂພໄຊ ນະຄອນ ໄກສອນ ພົມວິຫານ ຢູ່ຮ້ານຕັດຜົມແຫ່ງໜຶ່ງ ຂອບເຂດບ້ານທ່າເມືອງ.
ຈາກການກວດຄົ້ນພາຫະນະລົດ ຈັກເວບ 100 ສີຂຽວຫົວເປັດ, ປ້າຍທະບຽບ ຍນ 8943 ສະ ຫວັນນະເຂດ ໄດ້ພົບເຫັນຢາບ້າຈຳ ນວນ 10 ຖົງ, ເທົ່າກັບ1.868 ເມັດ ຢູ່ໃນເບາະລົດຈັກ ຈາກນັ້ນ, ຈຶ່ງໄດ້ນຳຕົວທ້າວອັກສອນ ປະດິດ (ໂອ້) ໄປເຮືອນຢູ່ສວນບ້ານ ສະໜາມໄຊ ບ່ອນທີ່ຜູ້ກ່ຽວພັກ ອາໄສ ພ້ອມທັງໄດ້ກວດຄົ້ນເຮືອນ ຂອງຜູ້ກ່ຽວ ໄດ້ພົບເຫັນຢາບ້າ ຈຳນວນ 1 ເມັດ ຢູ່ໃນຫ້ອງນອນ ຜູ້ກ່ຽວ.
ຕໍ່ມາ, ໃນມື້ວັນດຽວກັນ, ທາງເຈົ້າໜ້າທີ່ ກໍ່ໄດ້ກັກຕົວທ້າວ ໂຊກທະວີ (ຈິມມີ້) ອາຍຸ 25 ປີ, ອາຊີບວ່າງງານ ບ້ານໂພໄຊ ນະຄອນໄກສອນພົມວິຫານ ໄດ້ກວດ ຄົ້ນເຄຫະສະຖານເຮືອນຜູ້ກ່ຽວ ແມ່ນໄດ້ພົບເຫັນຢາບ້າ 1 ມັດ, ເທົ່າກັບ 2.000 ເມັດ ທີ່ໄດ້ຊຸກ ເຊື່ອງໄວ້ຢູ່ພື້ນເຮືອນໃນຫ້ອງ ນອນຂອງຜູ້ກ່ຽວ ຈຶ່ງໄດ້ນຳຕົວ ພວກຜູ້ກ່ຽວ ພ້ອມຂອງກາງຢາບ້າ 1 ມັດ, ກັບ 10 ຖົງ, ເທົ່າກັບ 3.869 ເມັດ ແລະພາຫະນະລົດຈັກ 1 ຄັນ, ໂທລະສັບ 02 ໜ່ວຍ ເຂົ້າມາ ປກສ ນະຄອນໄກສອນ ພົມວິຫານ ເພື່ອທຳການສືບສວນ-ສອບສວນ ດຳເນີນຄະດີຕາມລະບຽບກົດ ໜາຍບ້ານເມືອງຕໍ່ໄປ.