ສັບພະຄຸນຫຼາຍຢ່າງ “ຫົວກະທຽມ” ແຕ່ຜູ້ປ່ວຍ 5 ພະຍາດນີ້ ບໍ່ຄວນຮັບປະທານຫຼາຍ

    4
    2150

    ເຖິງແມ່ນວ່າກະທຽມຈະເປັນພືດສະໝູນໄພທີ່ດີ ແລະມີສັບພະຄຸນຮັກສາໂລກໄດ້, ເປັນເປັນສ່ວນປະກອບທີ່ສຳຄັນໃນການປຸງແຕ່ງອາຫານເພື່ອເພີ່ມລົດຊາດກໍຕາມ ແຕ່ສຳລັບສະໝູນໄພທຸກຊະນິດມັກຈະແອບແຝງດ້ວຍຄຸນ ແລະໂທສະເໝີ ຫາກໃຊ້ບໍ່ຖືກວິທີ, ຍິ່ງເປັນຜູ້ປ່ວຍບາງຄົນກໍບໍ່ຄວນທີ່ຈະບໍລິໂພກເດັດຂາດ ໂດຍສະເພາະ ຜູ້ປ່ວຍຈາກ 5 ໂລກນີ້ ເນື່ອງຈາກຈະເຮັດໃຫ້ອາການປ່ວຍຊຸດໂຊມລົງໄດ້

    1 ຜູ້ປ່ວຍກ່ຽວກັບຕັບ ໂດຍທາດບາງຢ່າງຂອງກະທຽມ ສາມາດສົ່ງຜົນຕໍ່ການຢັບຢັ້ງການກະຕຸ້ນນ້ຳຍ່ອຍໃນລະບົບລຳໄສ້ ເຮັດໃຫ້ອາຫານຕົກຄ້າງໃນລະບົບຍ່ອຍອາຫານ ທີ່ເປັນອັນຕະລາຍຕໍ່ກັບຜູ້ປ່ວຍຕັບອັກເສບ ໂດຍຈະມີອາການບ້ວນທ້ອງ ແລະ ປວດຮາກ

    2 ຜູ້ປ່ວຍທີ່ມີອາການຖອກທ້ອງທີ່ບໍ່ໄດ້ມີສາເຫດມາຈາກການຕິດເຊື້ອແບັດທີເຣຍ : ຜູ້ທີ່ກຳລັງຖອກທ້ອງບໍ່ຄວນບໍລິໂພກກະທຽມດິບ ເພາະລົດເພັດຮ້ອນຂອງກະທຽມຈະໄປກະຕຸ້ນໃຫ້ລຳໄສ້ຜະລິດເຫຍື່ອເມືອກອອກມາ ແລະເກີດການບວມນ້ຳໃນລະບົບລຳໄສ້ຫຼາຍຂຶ້ນ ທີ່ບໍໄດ້ເປັນຜົນດີຕໍ່ຜູ້ທີ່ກຳລັງຖອກທ້ອງ

    3 ຜູ້ທີ່ກຳລັງກຽມຜ່າຕັດ ຜູ້ປ່ວຍທີ່ກຳລັງຈະເຂົ້າຫ້ອງຜ່າຕັດ ຄວນງົດບໍລິໂພກກະທຽມຢ່າງນ້ອຍ 2 ອາທິດ, ເນື່ອງຈາກວ່າ ຈະເຮັດໃຫ້ເລືອດຢຸດໄຫຼຍາກ

    4 ຜູ້ປ່ວຍຄວາມດັນເລືອດຕ່ຳ ມີຄວາມເປັນໄປໄດ້ວ່າກະທຽມ ຈະຍິ່ງເຮັດໃຫ້ຄວາມດັນເລືອດຕ່ຳລົງ, ຊຶ່ງບໍ່ດີຕໍ່ກັບຜູ້ທີ່ມີພາວະຄວາມດັນເລືອດຕ່ຳຢູ່ແລ້ວ

    5 ຜູ້ປ່ວຍທີ່ມີບັນຫາເລື່ອງດວງຕາ ບໍ່ຄວນບໍລິໂພກກະທຽມຫຼາຍຈົນເກີນໄປ ສຳລັບ ຜູ້ປ່ວຍທີ່ມີບັນຫາທາງດວງຕາ ແລະຕັບ, ເນື່ອງຈາກວ່າ ທຸກໆອາຫານ ຫາກບໍລິໂພກຫຼາຍກໍຈະມີສ່ວນສົ່ງຜົນຕໍ່ກັບຮ່າງກາຍຂອງເຮົາຢູ່ດີ, ສະນັ້ນ ຄວນບໍລິໂພກໃຫ້ພໍດີ ແລະບໍລິໂພກສິ່ງອື່ນໆ ເພື່ອໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ພຽງພໍຈະດີທີ່ສຸດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.