ສຕລ ແຈ້ງຍົກເລີກຈັດກອງປະຊຸມໃຫຍ່ ທີ່ກຳນົດຈັດຂຶ້ນວັນທີ 5-6 ກຸມພານີ້ ທີ່ແຂວງຫຼວງພະບາງ ຫຼັງກວດເຊື້ອໂຄວິດວິຊາການພົບເຊື້ອ 1 ຄົນ.ໃນວັນທີ 5 ກຸມພາ 2022 ນີ້ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແຈ້ງຂ່າວວ່າ: ອີງຕາມແຜນການ ຂອງ ສຕລ ໃນການຈັດກອງປະຊຸມໃຫຍ່ ສະໄໝສາມັນ ປະຈຳປີ 2021ແລະ ກອງປະຊຸມພັດທະນາ ກິລາບານເຕະ ທົ່ວປະເທດ ປະຈຳປີ 2022 ລະຫວ່າງ ວັນທີ 5-6 ກຸມພາ 2022 ທີ່ ແຂວງຫລວງພະບາງ ເພື່ອສົ່ງເສີມການທ່ອງທ່ຽວສີຂຽວ ຕາມນະໂນບາຍ ຂອງລັດຖະບານ.
ບັນດາຄະນະຈັດຕັ້ງກອງປະຊຸມ ປະກອບດ້ວຍ ຄະນະບໍລິຫານງານ ສຕລ ແລະ ວິຊາການ ສຕລ ຈາກ ຫ້ອງການສຕລ ໄດ້ເດີນທາງມາເຖິງ ແຂວງຫລວງພະບາງໃນວັນທີ 4 ກຸມພາ 2022 ເພື່ອກະກຽມກອງປະຊຸມ ແລະ ໄດ້ມີ ການກວດຫາເຊື້ອພະຍາດໂຄວິດ 19 ຕາມມາດຕະການ ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ
ຂອງພະຍາດໂຄວິດ 19 ຂອງ ຄະນະສະເພາະກິດ ແຂວງຫລວງພະບາງ. ຜົນການກວດຫາເຊື້ອ ປາກົດວ່າ ວິຊາການ ສຕລ 1 ທ່ານ ມີຜົນກວດເປັນບວກ.ສະນັ້ນ, ທາງ ສຕລ ພາຍໃຕ້ການຊີ້ນຳຈາກ ຄະນະສະເພາະກິດ ແຂວງ ຫລວງພະບາງ ໄດ້ມີການແຍກປ່ຽວ ເຈົ້າໜ້າທີ່ ຜູ້ທີ່ຕິດເຊື້ອດັ່ງກ່າວ ແລະ ຈຳກັດ ບໍລິເວນ ບັນດາຜູ້ສໍາພັດໃກ້ຊິດ ຕາມມາດຕະການເປັນທີ່ຮຽບ
ຮ້ອຍ. ພ້ອມກັນນັ້ນ ເພື່ອເປັນການປ້ອງກັນ ການແຜ່ລະບາດ ຂອງພະຍາດໂຄວິດ 19 ແລະ ເປັນການສະແດງຄວາມຮັບຜິດຊອບຕໍ່ສັງຄົມ ຄະນະບໍລິຫານງານ ສຕລ ຈື່ງມີມະຕິເຫັນດີ ໃຫ້ຍົກເລີກ ການຈັດກອງປະຊຸມໃຫຍ່
ສະໄໝສາມັນ ປະຈຳປີ 2021 ແລະ ກອງປະຊຸມພັດທະນາ ກິລາບານເຕະ ທົ່ວປະເທດ ປະຈໍາປີ 2022 ລະຫວ່າງວັນທີ 5-6 ກຸມພາ 2022 ທີ່ແຂວງຫລວງພະບາງ ແລະ ຈະກຳນົດວັນທີຈັດກອງປະຊຸມໃໝ່ພາຍຫລັງ.