ຟິນ ອິນກັນທົ່ວ ເຈ້ຍ ປາຊີຟິກ ເຊີໄພ້ຂໍ ໄຊ ແຕ່ງດອງ ອົບອຸ່ນປະທັບໃຈສຸດໆ ຊຶ້ງແຮງກັ້ນນໍ້າຕາບໍ່ຢູ່ແບບນີ້ນະ

    2
    815

    ຟິນ ອິນກັນທົ່ວ ເຈ້ຍ ປາຊີຟິກ ເຊີໄພ້ຂໍ ໄຊ ແຕ່ງດອງ ອົບອຸ່ນປະທັບໃຈສຸດໆ ຊຶ້ງແຮງກັ້ນນໍ້າຕາບໍ່ຢູ່ແບບນີ້ນະ ງານນີ້ເຮັດເອົາແຟນຄັບງົງໄປຕາມໆກັນວ່າ ແນວໃດໆ ເນື່ອງຈາກຫຼ້າສຸດ ເຈ້ຍ ປາຊີຟິກ ຄົນດັງໃນວົງການບັນເທີງ ຂໍ ໄຊ ພັນລະຍາແຕ່ງດອງ ອ້າວ ຍັງບໍ່ທັນແຕ່ງເທື່ອຫວາ

    .

    ອັນນີ້ກໍເປັນຄໍາຖາມທີ່ງົງໆກັນ ເພາະວ່າທັງ 2 ກໍຄອງຮັກກັນມາ ປີ ນີ້ ເປັນປີທີ 21 ທີ່ຄົບກັນຕັ້ງແຕ່ເປັນແຟນ ມີລູກຊາຍນໍາກັນແລ້ວ 2 ຄົນ

    .

    ແຕ່ນັ້ນບໍ່ແມ່ນປະເດັນດອກເນາະ ເພາະວ່າມື້ນີ້ເປັນການເຊີ້ໄພ້ຂໍແຕ່ງດອງຂອງອ້າຍເຈ້ຍ ທີ່ຂໍເອື້ອຍໄຊ ແຕ່ງດອງ ອາດເປັນວັນພິເສດ ຫຼື ເປັນວັນຄົບຮອບແຕ່ງດອງກໍໄດ້ ໃຜຮູ້ກໍບອກແອັດແນ່

    ເຊິ່ງບັນຍາກາດດີສຸດໆ ຟິນ ອົບອຸ່ນ ນໍ້າຕາຂອງຄວາມດີໃຈ ຕື້ນຕັນໃຈ ເອື້ອຍໄຊ ປ່ອຍອອກມາດ້ວຍຄວາມຊາບຊຶ້ງແບບຜູ້ຍິວຄົນໜຶ່ງທີ່ຖືກເຊີ້ໄພ້ຈາກຄົນຮັກ

    ເຊິ່ງວ່າພິທີກໍຈັດທີ່ລີສອດຂອງອ້າຍເຈ້ຍ ກໍຄືຄອບຄົວນັ້ນແຫຼະ ທີ່ Pacific Blue Restaurant ວັນທີ 5 ກຸມພາ 2022 ບອກເລີຍ ອ້າຍເຈ້ຍນຽນສຸດໆ ເພາະລັກເຂົ້າໄປເບິ່ງເຟດບຸກເພິ່ນບອກວ່າ ຮັບຈັດງານດອງຄືກັນເດີ້, ມື້ແລງມີງານດອງ ເຊິ່ງງານນັ້ນ

    ເປັນຂອງຕົນເອງ ທີ່ໄດ້ຕ້ຽມກັບທີມງານ ອ້າຍເອື້ອຍນ້ອງໃນວົງການໄວ້ຫຼາຍໆຄົນແລ້ວນີ້ເປັນບັນຍາກາດ ແນວໃດກໍດີໃຈນໍາເດີ້ ປື້ມໃຈ ອິດສາແທນ ຢາກມີໂມເມັ້ນແບບນີ້


    ຟິນ ອິນກັນທົ່ວ ເຈ້ຍ ປາຊີຟິກ ເຊີໄພ້ຂໍ ໄຊ ແຕ່ງດອງ ອົບອຸ່ນປະທັບໃຈສຸດໆ ຊຶ້ງແຮງກັ້ນນໍ້າຕາບໍ່ຢູ່ແບບນີ້ນະ

    .

    ຈາກ: Phoumsana Sirivongsa

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.