ກະຊວງປ້ອງກັນຄົມສະຫງົບນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 1 ເດືອນຕົ້ນປີ 2022, ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 57 ກໍລະນີ, ມີຜູ້ເສຍຊີວິດ 18 ຄົນ, ຄົນໄດ້ຮັບບາດເຈັບ 39 ຄົນ ແລະ ມີພາຫະນະເປ່ເພທັງໝົດ 114 ຄັນ.
ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ສາເຫດຂອງການເກີດອຸບັດຕິເຫດ ສ່ວນຫຼາຍເກີດຈາກນັກຂັບຂີ່ປະໝາດ, ຂາດສະຕິ ບໍ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ, ແລ່ນລົດໄວເກີນກໍານົດ, ຊີງຂຶ້ນໜ້າບໍ່ຮັບປະກັນ ແລະ ບໍ່ຮັກສາໄລຍະຫ່າງ ໃນການຂັບຂີ່.
ດັ່ງນັ້ນ, ເພື່ອຫຼຸດຜ່ອນສະພາບອຸບັດຕິເຫດ ຮຽກຮ້ອງຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງເອົາໃຈໃສ່ມີສະຕິໃນການຂັບຂີ່ພາຫະນະ, ຊອກຮູ້ກົດລະບຽບຈະລາຈອນ, ສໍາຄັນເວລາດື່ມສິ່ງມືນເມົາຫ້າມຂັບຂີ່ພາຫະນະ, ຄວນໃຊ້ຄວາມໄວຕາມກໍານົດ, ກ່ອນຈະປ່ຽນທິດທາງການສັນຈອນ ແລະ ຊິງຂຶ້ນໜ້າລົດຄັນອື່ນ ຕ້ອງຮັບປະກັນຄວາມປອດໄພ.
ຂໍ້ມູນ: ປກສ ນວ.