ວັນຈັນ:ການງານຈະພົບການປ່ຽນແປງຕຳແໜ່ງຫນ້າທີ່ການງານນຳພາໄປສູ່ຄວາມສຳເລັດ ການເງິິນ ຈະພົບເລື່ອງບໍ່ສະບາຍໃຈນ້ອຍໆແຕ່ສຸດທ້າຍຈະມີໂຊກຈະໄດ້ເງິນເຂົ້າມາ ຄວາມຮັກ ເດີນທາງໄກແລ້ວຈະພົບຮັກໃນຊ່ວງນີ້ ມີໂອກາດສົມຫວັງ
ວັນອັງຄານ:ການງານ ເນັ້ນຄວາມປະນີດໃນການສ້າງຜົນງານຈະເກີດຄວາມສຳເລັດໄດ້ ການເງິນ ຈະໄດ້ເງິນກ້ອນໃຫຍ່ ໂຊກດີຫລາຍໆ ໃນຊ່ວງນີ້ ຄວາມຮັກ ມີໂອກາດຕົກຫຼຸມຮັກໃຜບາງຄົນແບບບໍ່ທັນຕັ້ງໂຕ ພົບກັນແບບບັງເອີນ
ວັນພຸດ:ການງານຈະພົບອຸປະສັກດ້ວຍເປັນປົກກະຕິ ແກ້ໄຂບັນຫາແລ້ວຈະນຳພາໄປສູ່ຄວາມສຳເລັດ ການເງິນ ມື້ນີ້ຈະເປັນວັນທີມີຄວາມໂຊກດີຈະໄດ້ເງິນກ້ອນໃຫຍ່ ຄວາມຮັກການງານ ການຕິດຕໍ່ງານຈະນຳພາໄປພົບຮັກກໍເປັນໄປໄດ້
ວັນພະຫັດ:ການງານ ປະສົບຄວາມສຳເລັດດີຢ້ຽມທາງດ້ານການງານ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ການເງິນ ໃນມື້ນີ້ຈະມີເລື່ອງທີ່ເຮັດໃຫ້ເສຍເງິນອອກໄປແບບບໍ່ຄາດຝັນ ຄວາມຮັກ ບໍ່ລົງຕົວດ້ານຄວາມຮັກ ບໍ່ສົມຫວັງ ເພາະຄວາມບໍ່ພ້ອມໃນການທຸ້ມເທໃນເລື່ອງຂອງເວລາທີ່ຈະມີໃຫ້ກັນ
ວັນສຸກ:ການງານ ປະສົບຄວາມສຳເລັດດີຫລາຍດ້ານການເຈລະຈາຕົກລົງເຮັດທຸກິດຈະການງານ ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ມີໂຊກດີເປັນຢ່າງຫລາຍໃນຊ່ວງນີ້ ຄວາມຮັກ ມີໂອກາດພົບຮັກແບບບໍ່ທັນຕັ້ງຕົວ
ວັນເສົາ:ການງານ ສ້າງຜົນງານຢ່າງໂດດເດັ່ນໃນຊ່ວງນີ້ ມີໂອກາດໄດ້ເດີນທາງໄກ ການເງິນ ມີໂຊກເຂົ້າມາແນ່ນອນຈາກການກະທຳຂອງຕົນເອງດ້ວຍຄວາມມານະພະຍາຍາມ ຄວາມຮັກ ປະຕິເສດທຸກກໍລະນີ ບໍ່ຫຍຸ້ງກ່ຽວກັບຄົົນທີ່ນຳບັນຫາມາໃຫ້ທ່ານ
ວັນອາທິດ:ການງານ ການເຈລະຈາກັບຫຸ້ນສ່ວນມີຂໍ້ຕົກລົງຮ່ວມກັນໄດ້ດີ ການເງິນ ຈະໄດ້ເງິນຈາກຄວາມສາມາດຂອງຕົນເອງເປັນເງິນພິເສດທີ່ຈະໄດ້ເຂົ້າມາເພີ່ມຂຶ້ນ ຄວາມຮັກ ຄວາມຮັກລົງຕົວ ມີຄວາມສຸກສົມຫວັງ ພົບຄູ່ແທ້ ພົບຄູ່ຄອງ