ດາວມະຍູລີ ຈັນທິລາດ ຫຼື ດີ້ ອາຍຸ 23 ປີ ນັກກິລາມວຍທີມຊາດລາວສີມືດີ ຍິງຄົນນີ້ມີຄວາມສາມາດຫຼາຍດ້ານໂດຍສະເພາະດ້ານກິລາ.
ນ້ອງດີ້ ຜູ້ທີ່ມັກຮັກກິລາມວຍມາຕັ້ງແຕ່ຍັງນ້ອຍ ຈົນກາຍເປັນນັກກິລາຕົວແທນຂອງປະເທດລາວໄປແຂ່ງຂັນໃນເວທີຕ່າງໆ ບໍ່ວ່າຈະເປັນຊີເກມ, ລາຍການດັງລະດັບສາກົນ,
ຜົນງານທີ່ຜ່ານມາໄດ້ຫຼຽນ ເປັນຈຳນວນຫຼາຍ ທັງຫຼຽນເງິນ-ຫຼຽນຄຳ ພ້ອມກັບໄດ້ແຊ້ມມີສາຍຄາດທີ່ແອວຈົນຕ້ອງໄດ້ຄາດອ້ອມຕົວເພາະມີຫຼາຍກວ່າໜຶ່ງ.
ຄວາມສາມາດຂອງນ້ອງດີ້ນັ້ນຫຼາກຫຼາຍ ປະເພດຂອງມວຍກໍຫຼິ້ນເກືອບໄດ້ໝົດ ມີລາຍການກໍໄດ້ໄປແຂ່ງຂັນຢູ່ສະເໝີ ແລະ ໄດ້ໄຊຊະນະເປັນປະຈຳ. ໃນຕອນນີ້ ນ້ອງດີ້ກໍກຳລັງຝຶກຊ້ອມຢ່າງໜັກ ເພື່ອໄປແຂ່ງຂັນຊີເກມທີ່ປະເທດຫວຽດນາມ ຝາກທຸກຄົນເຊຍ ແລະ ໃຫ້ກຳລັງໃຈນ້ອງດີ້ໄດ້.
ມື້ນີ້ ຈຶ່ງຢາກນຳສະເໜີໃນອີກມຸກມອງ ແລະ ຜົນງານທີ່ຜ່ານມາຂອງນ້ອງທີ່ຫຼາກຫຼາຍ ມາໃຫ້ທຸກຄົນໄດ້ຮັບຮູ້ດ້ວຍກັນ.
1.ກິລາມວຍທີ່ຫຼິ້ນແມ່ນປະເພດໃດ?
ມວຍທີ່ຫຼິ້ນຫຼັກໆແມ່ນປະເພດ ຄິກບັອກຊິ້ງ (Kick Boxing) ແລະ ມີ ອີກ 8 ປະເພດທີ່ຫຼິ້ນ ເພາະສ່ວນໃຫຍ່ຈະໄປແຂ່ງມວຍລະດັບສາກົນ ໃຫ້ກັບທີມຊາດ ແລະ ໄປໃນນາມຄ້າຍມວຍອີກພ້ອມ.
ເພາະຢູ່ພາຍໃນປະເທດເຮົາຍັງບໍ່ມີການແຂ່ງຂັນຫຼາຍເທົ່າທີ່ຄວນ ຈຶ່ງຕ້ອງໄດ້ຫາໂອກາດໄປແຂ່ງຂັນໃນຕ່າງປະເທດເປັນສ່ວນໃຫຍ່ ເຊິ່ງຕ້ອງໄດ້ຫຼິ້ນຫຼາຍປະເພດ ເຊັ່ນ:
ມວຍສາກົນ, ເທຄວັນໂດ, ຄາລາເຕ້, ມວຍປ້ຳ, BJJ , ມວຍ Judo ແລະ ມວຍ Wushu ສ່ວນປະເພດຫຼິ້ນເປັນຫຼັກຈະແມ່ນຄິກບັອກຊິ້ງ. ເປົ້າໝາຍແທ້ໆແມ່ນຢາກໄປແຂ່ງມວຍປະສົມ, ມວຍ MMA ເພື່ອເປັນການຊອກຫາປະສົບການໃໝ່ໆ
ອີກຢ່າງໜຶ່ງໃນປະເທດເຮົາມີງານແຂ່ງຂັນ ຈຶ່ງຕ້ອງໄດ້ຫຼິ້ນໃຫ້ໄດ້ຫຼາຍໆປະເພດ ແລະ ສ່ວນຫຼາຍກໍໄປແຂ່ງໃນຕ່າງປະເທດ.