ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ໄດ້ທໍາການຕັດໄຟ ແລະ ປົດໝໍ້ນັບໄຟດັ່ງກ່າວມອບໃຫ້ກັບເຈົ້າໜ້າທີ່ ເພື່ອດຳເນີນຄະດີ

    2
    1278

    ໃນວັນທີ 02/02/2022 ທີ່ຜ່ານມາ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ສົມທົບກັບ ປກສ ເມືອງປາກອູ ແລະ ຄະນະປົກຄອງບ້ານຊ່າງໄຫ ລົງກວດກາໝໍ້ນັບໄຟລູກຄ້າ ຈາກກໍລະນີກວດພົບ ການລັ ກໃຊ້ໄຟຟ້າ ແລະ ດັດແປງໝໍ້ນັບໄຟ ຂອງລູກຄ້າປະເພດໄຟທຸລະກິດແຫ່ງໜຶ່ງ ທີ່ບ້ານຊ່າງໄຫ ເມືອງປາກອູ

    ໃນເບື້ອງຕົ້ນທາງ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ໄດ້ທໍາການຕັດໄຟ ແລະ ປົດໝໍ້ນັບໄຟດັ່ງກ່າວມອບໃຫ້ກັບເຈົ້າໜ້າທີ່ ເພື່ອດຳເນີນຄະດີ ຕາມລະບຽບກົດໝາຍ ພ້ອມທັງຄິດໄລຄ່າປັບໄໝຕໍ່ຜູ້ກະທຳຜິດດັ່ງກ່າວ ຕາມທີ່ໄດ້ລະບຸໄວ້ໃນ ຂໍ້ກໍານົດ ວ່າດ້ວຍການປະຕິບັດ ມາດຕະການຕໍ່ຜູ້ທີ່ ລັກກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ເລກທີ 2162/ຟຟລ.ຝລຈ.

    “ ການລັກໃຊ້ ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ” ເປັນການກະທໍາຜິດທີ່ລະເມີດຕໍ່ ກົດໝາຍ ທັງທາງແພ່ງ, ທາງອາຍາ, ເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ໄດ້ຮັບຄວາມເສຍຫາຍທາງດ້ານຊັບສິນ, ສູນເສຍລາຍຮັບອັນມະຫາສານ ຈາກການ ຖືກລັ ກໃຊ້ກະແສໄຟຟ້າ; ສໍາຄັນກ່ວານັ້ນ ການກະທໍາດັ່ງກ່າວເປັນການກະທໍາທີ່ອັບປະໂຫຍດ ເພາະອາດຈະເກີດຄວາມ ເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຕໍ່ຜູ້ທີ່ລັກໃຊ້ ກະແສໄຟຟ້າ ແລະ ຕໍ່ສັງຄົມອີກດ້ວຍ.

    ເພື່ອຄວາມປອດໄພໃນການໃຊ້ໄຟຟ້າ ແລະ ຫລຸດຜ່ອນຜົນກະທົບທີ່ອາດຈະເກີດຂື້ນ, ຖ້າທ່ານພົບເຫັນ ການລັກໃຊ້ກະ ແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ກະລຸນາໂທສາຍດ່ວນ ຟຟລ 0711199 ຂໍ້ມູນຂອງທ່ານຈະຖືກເກັບໄວ້ເປັນຄວາມລັບ, ພ້ອມດຽວກັນນັ້ນ ທ່ານຍັງຈະໄດ້ຮັບການສົມມະນາບຸນຄຸນ ຕາມທີ່ໄດ້ລະບຸໄວ້ໃນ ໝວດທີ III ມາດຕາ 6 ການປະຕິບັດ ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ຂອງ “ ຂໍ້ກໍານົດ ວ່າດ້ວຍການປະຕິບັດ ມາດຕະການຕໍ່ຜູ້ທີ່ ລັກກະແສໄຟຟ້າ ແລະ ດັດແປງ ໝໍ້ນັບໄຟ”

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.