ວັນຈັນ:ການງານ ພົບການປ່ຽນແປງແນ່ນອນໃນຊ່ວງນີ້ ລະວັງຄວາມກົດດັນແລະຄວາມເລັ່ງຮີບຈະເກີດຄວາມຜິດພາດທາງດ້ານທຸລະກິດ ມີໂອກາດທີ່ປະສົບບັນຫາໃຫຍ່ ການເງິນ ຫາກຢາກໄດ້ເງິນຫລາຍຂຶ້ນຕ້ອງເຮັດຫຍັງສ່ຽງໆ ຢູ່ດ້ວຍ ຄວາມສ່ຽງນີ້ຈະຕ້ອງຢູ່ເທິງພື້ນຖານແຫ່ງຄວາມຮູ້ແລະການມີຄວາມຊ່ຽວຊານຈະເຮັດໃຫ້ປະສົບຜົນຄວາມສຳເລັດ ຄວາມຮັກ ເໝືອນຈະດີແຕ່ກໍຍັງບໍ່ແມ່ນໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກ ເຖິງແມ່ນຈະພົບຄົນໃໝ່ແຕ່ໃນໃຈກໍຍັງຄິດເຖິງຄົນໃນອດີດທີ່ເຄຍຫ່າງເຫີນແລະເລີກກັນໄປແລ້ວ
ວັນອັງຄານ:ການງານ ຄວາມສຳເລັດຈະເກີດຈາກຄວາມສາມາດທີ່ຈະໄດ້ສະແດງຝີມືຕົນເອງລ້ວນໆ ໃນຊ່ວງນີ້ຕ້ອງແລກມາດ້ວຍຄວາມເມື່ອຍ ແຕ່ກໍຄຸ້ມຄ່າເພາະຊື່ສຽງຂອງທ່ານຈະໂດ່ງດັ່ງເພາະຄວາມສຳເລັດທາງດ້ານການງານ ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ຖ້າເປັນຄົນຂະຫຍັນແລະບໍ່ຍອມພ່າຍແພ້ ຫາວິທີໂອກາດແລະຫົນທາງໃໝ່ໆ ສ້າງສັນໂອກາດໃນເລື່ອງຂອງການຫາເງິນເຂົ້າມາໄດ້ໃຫ້ເພີ່ມເຕີມເພີ່ມຫລາຍຂຶ້ນ ຄວາມຮັກ ສຸກສົມຫວັງເປັນຢ່າງຫລາຍ ມີໂອກາດພົບຮັກ ພົບຄູ່ ພົບຄົົນທີ່ຖືກໃຈ ແບບບໍ່ທັນຕັ້ງໂຕ ຫລືຜູ້ໃຫຍ່ຈະແນະນຳໃຫ້ຮູ້ຈັກກັນກໍເປັນໄປໄດ້
ວັນພຸດ:ການງານຈະປະສົບຄວາມສຳເລັດດີຂຶ້ນທາງດ້ານການງານເພາະຕົນເອງນັ້ນມີວິໄສທັດ ແລະ ແນວທາງຊັດເຈນໃນເລື່ອງຂອງການເຮັດແຜນງານໃຫ້ລຸລ່ວງໄປໄດ້ຢ່າງເປັນໂຊກດີສະເໝີ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ໂຊກດີຫລາຍໆ ດວງດ້ານການເງິນຢູ່ໃນເກນທີ່ດີ ຜູ້ໃຫຍ່ຈະນຳໂຊກມາໃຫ້ ຄວາມຮັກ ລະວັງຄຳເວົ້າທີ່ສົ່ງຜົນຕໍ່ຄວາມຮູ້ສຶກຄົນຮັກໃນຊ່ວງນີ້ ຄວນຖ້ອຍທີຖ້ອຍອາໄສໃນເລື່ອງຂອງການເວົ້າຄຸຍເຈລະຈາຊຶ່ງກັນແລະກັນ
ວັນພະຫັດ:ການງານເປົ້າໝາຍຂອງທຸລະກິດຈະການງານໃນຊ່ວງນີ້ຄືຄວາມພະຍາຍາມໃນການປ່ຽນແປງທຸລະກິດໃໝ່ຫລືຈະເຮັດທຸລະກິດເສີມເພິີ່ມເຕີ່ມເພີ່ມຂຶ້ນກໍເປັນໄດ້ ການເງິນ ໂຊກດີມີໂຊກຈະໄດ້ເງິນເຂົ້າມາເພີ່ມເຕີມເພີ່ມຂຶ້ນຈາກຄວາມຂະຫຍັນແລະຄວາມສາມາດຂອງຕົນເອງ ຄວາມຮັກ ຈະພົບຄົົນທີ່ຈະມີເຂົ້າມາກ່ຽວຂ້ອງກັບທຸນກິດຈະການງານນຳພາມາໃຫ້ພົບກັນຫລາຍກວ່າ 1 ຄົນ ກໍເປັນໄປໄດ້
ວັນສຸກ:ການງານ ຈະພົບການປ່ຽນແປງທາງດ້ານການງານຢ່າງແນ່ນອນ ຊ່ວງນີ້ໃຫ້ລະວັງສຸກຂະພາບເພາະທຸ້ມເທການງານໜັກຫລາຍຈົນເກີນໄປ ການເງິນ ຈະພົບບັນຫາໃນເລື່ອງຂອງລາຍຈ່າຍແລະມີໂອກາດທີ່ຈະຜ່ອນຊຳລະຈ່າຍໜີ້ສິນຢ່າງຊ້າກໍເປັນໄປໄດ້ ຄວາມຮັກ ລະວັງຄວາມແຕກແຍກເພາະຄວາມໃຈຮ້ອນໃນຊ່ວງນີ້ ຄວາມສຳພັນສີ້ນສຸດລົງດ້ວຍຄວາມໃຈຮ້ອນຈົນເກີນໄປຈະເຮັດໃຫ້ເກີດການແຕກແຍກ ເລີກລາ ຢ່າຮ້າງ
ວັນເສົາ:ການງານ ເບິ່ງຄືຈະຄ່ອຍໆ ແກ້ໄຂບັນຫາທາງດ້ານການງານໄປເທື່ອລະຂັ້ນຕອນດ້ວຍຄວາມສະຫລຽວສະຫລາດ ຄ່ອຍໆ ແກ້ວຽກງານອອກໄປຢ່າງມີປະສິດທິພາບ ການເງິນ ຫາກຢາກມີໂຊກທາງດ້ານການເງິນຄວນຮຽນຮູ້ເພີ່ມເຕີມໃນເລື່ອງຂອງສັກກະຍະພາບ ແລະຄວາມສາມາດທີ່ຈະສາມາດສ້າງໂອກາດໃນເລື່ອງຂອງການຫາເງິນໂດຍການໃຊ້ຄວາມສາມາດພິເສດຂອງຕົນເອງ ຄວາມຮັກ ມີໂຊກໃນເລື່ອງຄວາມສຳພັນດ້ານຄວາມຮັກໃນຊ່ວງນີ້ ຈະພົບຄົນຜິວຂາວ ຫລືຜິວສອງສີ ກໍເປັນໄປໄດ້ ມີໂອກາດສົມຫວັງດ້ານຄວາມຮັກໃນຊ່ວງນີ້ນັ້ນເອງ
ຄົນເກີດວັນອາທິດ:ການງານ ຕ້ອງໃສ່ໃຈລາຍລະອຽດກ່ຽວກັບເລື່ອງຂອງການງານຫລາຍຂຶ້ນ ພົບຈຸດບົກຜ່ອງ ຂໍ້ຕຳໜິ ໃນເລື່ອງຂອງແຜນງານ ຕ້ອງຮີບຈັດການແກ້ໄຂແລະປັບປ່ຽນໃຫ້ເກີດປະສິດທິພາບ ການເງິນ ເຂົ້າສູ່ສະພາວະເກືອບໜ້າບໍ່ເຖິງຫຼັງທາງດ້ານການເງິນ ບໍ່ຮູ້ຈະຫາທາງອອກຢ່າງໃດດີ ຕ້ອງໃຊ້ຄວາມປະຢັດເອົາໄວ້ກ່ອນຈຶ່ງຈະດີທີ່ສຸດ ຄວາມຮັກ ສຸກສົມຫວັງລົງຕັວໃນເລື່ອງຂອງຄວາມຮັກຢ່າງທີ່ຕົນເອງນັ້ນປາດຖະຫນາ