“ໃຜທີ່ດູຖູກເຮົາ ກະປ່ອຍໃຫ້ເຂົ້າດູຖູກໄປ ເພາະກວ່າເຮົາທີ່ຈະມາຮອດຈຸດນີ້ ກໍເພາະຄຳດູຖູກຂອງເຂົາ ເຮົາຄວນຈະຂອບໃຈຄຳດູຖູກພວກນັ້ນ ທີ່ເຮັດໃຫ້ເຮົາມາເຖິງຈຸດນີ້ໄດ້” ສາວພອນກ່າວ.
ບໍ່ມີໃຜເລືອກເກີດໄດ້, ບໍ່ມີໃຜທີ່ຈະມີພ້ອມໄປໝົດທຸກຢ່າງ, ບໍ່ວ່າຈະເປັນຖານະຕົ້ນທຶນ ຫຼື ຈະເປັນໜ້າຕາກໍຕາມ.ສາວພອນ ຫຼື ນາງພອນວິໄລ ໄອດໍ້ດັງໃນໂລກໂຊຊ່ຽວ ທີ່ສ້າງຄວາມມ່ວນຫົວ ໃຫ້ກັບຄົນລາວ.
ຈາກເຟສບຸກ Souksawan Bounmark ໄດ້ໂພສວ່າ: ເຮົາອາດເບີ່ງເປັນໂຕຕະຫຼົກໃນສາຍຕາຄົນອື່ນ.. ແຕ່ໃນຄວາມຮູ້ສຶກ ດ້ານເລີກໆ ມັນເຕັມໄປດ້ວຍ ຄວາມກົດດັນ .. ກົດດັນຈາກສຽງອ້ອມຂ້າງ ກົດດັນຈາກສະພາບແວດລອ້ມຂອງສັງຄົມ.
ສາວພອນ ເວົ້າຫຼັງໄມວ່າ: ບາງຄັ້ງນ້ອງກໍ່ຮູ້ສືກດີທີ່ນ້ອງອ່ານອອກຂຽນໄດ້ພຽງເລັກນ້ອຍ ມັນຈະໄດ້ເຮັດໃຫ້ນ້ອງ ອາດບໍ່ຕ້ອງຮັບຮູ້ ກັບ ຄຳເວົ້າຂອງຄົນທີ່ບໍ່ຮັກເຮົາ ນ້ອງເລືອກທີ່ຈະຮັບຟັງໃນດ້ານຂອງຄົນທີ່ຮັກແລະເປັນ Fc ເພາະເຂົາເຫຼົ່ານັ້ນຄືກຳລັງໃຈ ສ່ວນຄົນທີ່ບໍ່ຮັກນ້ອງ ນ້ອງກໍ່ຂອບໃຈເຂົາຄືກັນ ເພາະເຂົາຄືແຮງພັກດັນ ທີ່ເຮັດໃຫ້ເຮົາມາຮອດຈຸດນີ້ ຈຸດທີ່ໃຜກໍ່ຈົ່ມ ຫາເປັນຫົວຂໍ້ທີ່ເວົ້າໃນພາເຂົ້າຫຼາຍບ້ານ.
ຫຼັງຈາກທີ່ອ່ານມາຮອດນີ້ແລ້ວ ເຊື່ອວ່າຫຼາຍຄົນ ຄົງຈະເຂົ້າໃຈຄວາມຮູ້ສຶກ ພາຍໃນໃຈຂອງສາວພອນຫຼາຍຂື້ນ. ແຕ່ມັນຄວນບໍ ທີ່ຈະໄປດູຖູກຄົນອື່ນ ສັງຄົມຍຸກນີ້ມັນໄປຮອດໃສແລ້ວ ການດູຖູກຄົນ ມັນບໍ່ໄດ້ເຮັດໃຫ້ເຂົາດ້ອຍຄ່າລົງເລີຍແຕ່ຢ່າງໃດ ແຕ່ມັນເຮັດໃຫ້ຄົນທີ່ດູຖູກນັ້ນ ດ້ອຍຄ່າຫຼາຍກວ່າ.