ສາວງາມອະດີດ ມິສເວີຣ ລາວ ໄດ້ເຂົ້າສູ່ພິທີໝັ້ນໝາຍເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງສືກສາຫົວໃຈກັບຄົນທີ່ລົມຢູ່ເປັນເວລາດົນສົມຄວນ.
ຕອນນີ້ຖືວ່າ ສາວ “ສຸພາວະດີ ພົງສະຫວັນ” ກາຍເປັຍເຈົ້າສາວປ້າຍແດງເປັນທີ່ຮຽບຮ້ອຍແລ້ວ ໂດຍເພິ່ນໄດ້ສ້າງຄອບຄົວໃໝ່ກັບເຈົ້າບ່າວປ້າຍແດງ ທີ່ມີຊື່ວ່າ “ພອນໄຊ” ຫຼັງຈາກສຶກສາເບິ່ງກັນແລະກັນມາດົນ ແລະເຫັນວ່າເຖິງເວລາຕ້ອງເປັນທອງແຜ່ນດຽວກັນ.
ໃນທີ່ສຸດທັງ 2 ກໍຕັດສິນໃຈຕົກລົງ ປົງໃຈໃຊ້ຊີວິດຄູ່ຮ່ວມກັນ ເຮັດໃຫ້ມີມື້ງາມຍາມດີເກີດຂຶ້ນ ກໍຄືພິທີສູ່ຂໍ ໃນວັນທີ 22 ມັງກອນ 2022 ທີີ່ຫາກໍຜ່ານມາ.
ງານສູ່ຂໍໄດ້ຈັດຂຶ້ນຕາມຮີດຄອງປະເພນີແບບລຽບງ່າຍແຕ່ອົບອຸ່ນ ທ່າມກາງຄວາມຍິນດີຂອງຄອບຄົວ ພີ່ນ້ອງ ແລະ ເພື່ອນມິດສະຫາຍ ແລະ ມ່ວນກໍຂໍສະແດງຄວາມຍິນດີນໍາເດີ້.ຍິນດີນຳສາວສາວງາມ
ງາມແທ້ໆ
ຄູ່ສ້າງຄູ່ສົມອີຫຼີ