ນັບວ່າເປັນຜູ້ຍິງກໍ່ຍາກແລ້ວ ໃສຈະເປັນນັ້ນເປັນນີ້ອີກ ເກີດເປັນຜູ້ຍິງກໍ່ແສນລຳບາກແລ້ວ ມື້ນຶ່ງເກີດມາເປັນແມ່ຄົນ ໄດ້ເຮັດວຽກຫຼາຍຢ່າງຫຼາຍກ່ວາຜູ້ຊາຍ ເຖິງວ່າຈະບໍ່ໜັກກ່ວາກໍ່ຕາມ ແຕ່ເມື່ອເກີດມາເປັນຜູ້ຍິງ ກໍ່ຄວນຈະຮັກສາຕົນເອງບໍ່ປ່ອຍປະລະເລີຍເມື່ອເກີດຫັຍງຂື້ນກັບຮ່າງກາຍຂອງເຮົາເອງ ດັ່ງຜູ້ໃຊ້ເຟສບຸກທ່ານນີ້ໄດ້ໂພສເຕືອນວ່າ ເປັນຕາຢ້ານແທ້ ເຕືອນເປັນອຸທາຫອນ ສຳລັບແມ່ຍິງທຸກໆ
ຄົນຢ່າຖືເບົາກ່ຽວກັບຮອບເດືອນມາບໍ່ປົກກະຕິ ຫຼືມັກເຈັບທ້ອງຢ່າງແຮງໃນເວລາທີ່ເປັນຮອບເດືອນ ຈາກຜູ້ໃຊ້ເຟສບຸກຊື່ Touktar Totouy ໄດ້ໂພສໃນວັນທີ 22 /1/2022 ວ່າ:ຝາກເປັນອຸທານຫອນ ສອນໃຈເດີທຸກຄົນ ສຳລັບໃຜທີ່ປະຈຳເດືອນມາບໍ່ປົກກະຕິ 3-4 ເດືອນ ມາເທື່ອ1 ຢ່າຖືເບົາ ໄປກວດກ່ອນຈະສາຍໄປ
ຄືຂ້ອຍບໍ່ມີອາການໃດໆເລີຍ ບໍ່ຮູ້ວ່າເປັນກ້ອນເບົ້າຄິດວ່າໂຕເອງອ້ວນລົງພຸງ ມາມື້1ໃສ່ອັນຫັດແອວຄືວ່າເຈັບໆທ້ອງ ຕັດສິນໃຈໄປເອັກໂກ້ເບິ່ງພົບກ້ອນເບົ້າ ມາມື້ນີ້ຕັດໄດ້ຖີ້ມແລ້ວ ນ້ຳໜັກກ້ອນເບົ້າ.1 ໂລ3ຂີດ😢😢ເອົາອອກມາເກືອບຊ໋ອກ ໃຫ່ຍແຮງ ແຕ່ກະພົ້ນໄປດ້ວຍດີແລ້ວ ແຕ່ນີ້ໄປຢ່າເຈັບຢ່າເປັນອີກ😪😪
ຂອບໃຈທີ່ມາ: Touktar Totouy