ໃນວັນທີ 16 ມັງກອນ 2022, ເຈົ້າໜ້າທີ່ ປກສ ກຸ່ມ ສີວິໄລ ໄດ້ເຂົ້າກັກຕົວ ທ້າວ ແສງອາທິດ ອາຍຸ 42 ປີ ກໍາມະກອນ ຢູ່ບ້ານຫ້ວຍຫົງ ພ້ອມ ຂ ອ ງ ກ າ ງ ຢ 45 ເມັດ ແລະ ທ້າວ ແອ່ງ ຫຼື ກີ້ ອາຍຸ 31 ປີ ກໍາມະກອນ ຢູ່ບ້ານ ຫ້ວຍເຕີຍ ເມືອງໄຊທານີ ນວ. ຂະນະທີ່ພວກກ່ຽວໄດ້ ມົ້ ວ ສຸ ມ ເ ສ ບ ຢ າ ເ ສ ບ ຕິ ດ ຢ ຢູ່ເຮືອນຂອງ ທ້າວ ນອງ ອາຍຸ 22 ປີ ຢູ່ບ້ານຄໍາຮຸ່ງ ເມືອງໄຊ ທານີ ນວ.
ຜ່ານການສອບສວນເບື້ອງຕົ້ນ, ທ້າວ ແສງອາທິດ ໄດ້ຮັບສາລະພາບວ່າ: ຢ ຈໍານວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້, ຊື້ນໍາໄວລຸ້ນຢູ່ຮ້ານເກມ ທົ່ວໄປ ເຂດບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ທ້າວ ແອ່ງ ຫຼື ກີ້ ໃຫ້ການຮັບສາລະພາບຕື່ມອີກວ່າ: ໄລຍະຜ່ານມາ, ຜູ້ກ່ຽວ ໄດ້ ຮ່ວມກັບໜູ່ຄົນເຄື່ອນໄຫວ ລັ ກ ລົດຈັກມາແລ້ວ 3 ຄັ້ງ, ລັ ກສໍາເລັດ 2 ຄັ້ງ ພາຍຫຼັງ ລັ ກ ລົດຈັກມາແລ້ວ ກໍໄດ້ນໍາໄປຂາຍ ແລະ ນໍາເງິນໄປໃຊ້ຈ່າຍ ຊື້ ຢ າ ເ ສ ບ ຕິ ດ ມາເ ສບ.
ຈາກນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໄດ້ນໍາຕົວພວກກ່ຽວສົ່ງໃຫ້ ກອງ ບັນຊາການ ປກສ ເມືອງໄຊທານີ ນວ ສືບຕໍ່ດໍາເນີນຄະດີຕາມລະບຽບ ກົດໝາຍ; ສ່ວນ ທ້າວ ນອງ (ເຈົ້າຂອງເຮືອນ) ບໍ່ມີສ່ວນຮ່ວມໃນການ ມົ້ວ ສຸ ມ ເ ສ ບ ຢ າ ເ ສ ບ. ເຈົ້າໜ້າທີ່ ຈິ່ງໄດ້ສຶກສາອົບຮົມແລ້ວມອບໃຫ້ຜູ້ ປົກຄອງສຶກສາອົບຮົມຕື່ມອີກ ໃນວັນທີ 16 ມັງກອນ 2022.