ຄອບຄົວສຸດໜ້າສົງສານ ແມ່ຖືກງົວຊົນຈົນຕາບອດ
ເມື່ອ YouTuber ຜູ້ໃຈບຸນປະເທດລາວເຮົາ “Tuangthong channel” ໄດ້ອອກຄລິບວີດີໂອ. ທີ່ຊາວບ້ານໄດ້ແນະນຳມາວ່າມີເຮືອນຫຼັງໜຶ່ງຢູ່ໃນບ້ານ ທີ່ເປັນຄອບຄົວທຸກຍາກແລະ ຂັດສົນຫຼາຍອາໄສຢູ່ໃນເຮືອນໄມ້ຂະຫນາດນ້ອຍ
ເມື່ອຜູ້ທີ່ລົງຄລິບໄດ້ເຂົ້າໄປລົມນຳລາວເລີຍຮູ້ວ່າຜູ້ເປັນແມ່ຊື່ ນາງ ວອນ ອາຍຸປະມານ 30 ປີ, ມີລູກ 2 ຄົນ.ບໍ່ມີອາຊີບຫຍັງມີແຕ່ຊອກຫາຂອງປ່າຂອງດົງຕາມທຳມະຊາດມາລ້ຽງຊີວິດຂອງຄອບຄົວ ສ່ວນຜົວນັ້ນກໍ່ຮັບຈ້າງທົ່ວໄປ
ມື້ຫາໄດ້ກໍ່ໄດ້ກິນອິ່ມມື້ຫາບໍ່ໄດ້ກໍ່ພາກັນອົດ. ຊີວິດສຸດຈະຍາກແລ້ງນາງ ວອນ ຍັງໂຊກຮ້າຍທີ່ຖືກງົວຊົນຈົນເຮັດໃຫ້ຕາບອດຂ້າງໜຶ່ງອີກ. ວີດີໂອດັ່ງກ່າວບໍ່ໄດ້ລະບຸວ່າຄອບຄົວນີ້ຢູ່ບ້ານໃດເມືອງໃດ
ແຕ່ YouTuber ຜູ້ທີ່ລົງຄລິບລະດົມທຶນກັບຜູ້ໃຈບຸນແລ້ວກໍ່ໄດ້ບໍລິຈາກເງິນ,
ອາຫານແຫ້ງ ແລະ ເຂົ້າສານຈຳນວນໜຶ່ງເພື່ອຊ່ວຍເຫຼືອຄອບຄົວນີ້ແດ່ແລ້ວ.