ໜຸ່ມສຸດຊ້ຳ ບໍລິຈາກໄຕໃຫ້ແມ່ແຟນ ຖືກແຟນຖິ້ມໄປແຕ່ງງານໃໝ່ ຫຼັງຜ່າຕັດບໍ່ເຖິງເດືອນ

    0
    203

    ໜຸ່ມສຸດຊ້ຳ ບໍລິຈາກໄຕໃຫ້ແມ່ແຟນ ກັບໄຮ້ຄ່າ ຖືກແຟນຖິ້ມໄປແຕ່ງງານໃໝ່ ຫຼັງຜ່າຕັດບໍ່ເຖິງເດືອນຕໍ່ມາ ໂດຍເຂົາເຜີຍວ່າຂ້ອຍສະບາຍດີບໍ່ຕ້ອງຫ່ວງ

    ຜູ້ໃຊ້ຕິກຕ໊ອກຊື່ວ່າ ອຸດຊີເອລ ມາເນສ ຈາກລັດບາຮາຄາລິບຟໍເນຍ ປະເທດແມັກຊີໂກ ແບ່ງປະສົບການກ່ຽວກັບຄວາມຮັກອັນແສນເສົ້າໃນຕິກຕ໊ອກຈົນກາຍເປັນກະແສໄວຣັສ ໂດຍອ້າງວ່າແຟນສາວຖິ້ມເຂົາຢ່າງໂຫດຮ້າຍພາຍໃນເວລາບໍ່ເຖິງໜຶ່ງເດືອນ ຫຼັງຈາກເຂົາບໍລິຈາກໄຕໜຶ່ງຂ້າງໃຫ້ກັບແມ່ຂອງແຟນສາວ ກ່ອນຈະສຸດຊ້ຳ ແຟນສາວເຂົ້າວິວາກັບຊາຍຄົນໃໝ່ແບບສາຍຟ້າແລບ

    ອຸດຊີເອລອ້າງວ່າເຂົາອ້າງວ່າເຂົາເລືອກທີ່ຈະດັອບຮຽນມະຫາວິທະຍາໄລຮາວາດ ເຊິ່ງເປັນມະຫາວິທະຍາໄລຊັ້ນນຳຂອງໂລກ ເພື່ອທີ່ເຂົາຈະໄດ້ໃກ້ສິດກັບແຟນສາວຂອງເຂົາຫຼາຍຂຶ້ນ ແຕ່ການກະທຳທີ່ເສຍສະຫຼະດັ່ງກ່າວກໍ່ຍັງບໍ່ພຽງພໍທີ່ຈະຮັກສາຄວາມສຳພັນຂອງໜຸ່ມອຸດຊີເອລໄວ້ໄດ້ ເຂົາກ່າວວ່າ ຂ້ອຍບໍໍລິຈາກໄຕໃຫ້ແມ່ຂອງລາວ ແຕ່ລາວຖິ້ມຂ້ອຍໄປແຕ່ງງານໃນອີກໜຶ່ງເດືອນຕໍ່ມາ

    ນັບແຕ່ວີດີໂອຖືກແຊຣ໌ ມີຊາວຕິກຕ໊ອກຈຳນວນຫຼາຍແຫ່ມາໃຫ້ກຳລັງໃຈແລະປອບໃຈໜຸ່ມອຸດຊີເອລຢ່າງລົ້ນຫຼາມ ໂດຍມີຄົນຮັັບຊົມເຖິງ 16.7 ລ້ານຄັ້ງ ຢ່າເສົ້າເລີຍ ລາວສູນເສຍສຸພາບບຸລຸດຜູ້ຍິ່ງໃຫຍ່ ກ້າວໄປຂ້າງໜ້າແລະຊອກຜູ້ຍິງທີ່ສົມບູນແບບທີ່ຊື່ນຊົມເຈົ້າ ລາວຈະຕ້ອງເສຍໃຈທີ່ຖິ້ມເຈົ້າໄປບໍ່ໃຍດີແບບນີ້

    ນອກຈາກນີ້ ອຸດຊີເອລຍັງຕອບກັບຄວາມຄິດເຫັນກ່ຽວກັບວີດີໂອທີ່ເປັນໄວຣັສຂອງເຂົາ ຂອບໃຈທີ່ເປັນຫ່ວງ ຕົນສະບາຍດີແຂງແຮງ ເຖິງວ່າຈະມີໄຕພຽງຂ້າງດຽວ ແຕ່ກໍ່ຜ່ານພົ້ນຄວາມອົກຫັກ ເສົ້າ ແລະເສຍໃຈໄປແລ້ວ ແຖມຍັງເວົ້າເຖິງຄວາມສຳພັນປັດຈຸບັນຂອງເຂົາກັບແຟນເກົ່າ

    ໂດຍຢືນຢັນວ່າຕົນເອງແລະແຟນເກົ່າຢູ່ໃນຄວາມສຳພັນທີ່ດີ ບໍ່ໄດ້ຮູ້ສຶກຂຸ່ນເຄືອງໃດໆ ເຖິງຈະແຍກທາງກັນ ຂ້ອຍບໍ່ໄດ້ສົນຫຍັງລາວແລ້ວ ເຮົາບໍ່ແມ່ນໝູ່ເພື່ອນກັນ ແຕ່ເຮົາກໍ່ບໍ່ໄດ້ຊັງກັນ ຂ້ອຍພຽງແຕ່ຢາກລະບາຍຄວາມຮູ້ສຶກຜ່ານຕິກຕ໊ອກ ເຊິ່ງບໍ່ຄິດວ່າເລື່ອງມັນຈະບານປາຍຂະໜາດນີ້

    ມີຊາວເນັດບາງຄົນເຕືອນເຖິງຄວາມໄວ້ໃຈຄົນງ່າຍຂອງອຸດຊີເອລ ພ້ອມຂໍຮ້ອງໃຫ້ເຂົາຢ່າເຮັດຜິດພາດແບບເກົ່າອີກ ແຕ່ເຂົາເວົ້າຕິດຕະຫຼົກວ່າ ຕອນນີ້ເຂົາບໍ່ມີອະໄວຍະວະທີ່ຈະບໍລິຈາກແລ້ວ ຄົນເຮົາມີໄຕພຽງສອງຂ້າງ ຖ້າຂ້ອຍໃຫ້ໄຕໄປແລ້ວຂ້າງໜຶ່ງ ຜົມກໍ່ເຫຼືອໄຕໃຫ້ອີກຂ້າງເທົ່ານັ້ນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.