ຜູ້ ແ ຕ່ງເ ພງ “ເຮັ ດນົ ມສ າບໍ່ ຕ້ ອງເ ຮັດນ າ” ໄ ດ້ຂຽ ນໜັ ງສື ຂໍໂ ທດເ ຖິງຫ ານຈັ ດຕັ້ ງແ ລ້ວ

    0
    393

    ຜູ້ແຕ່ງເພງ “ເຮັດນົມສາບໍ່ຕ້ອງເຮັດນາ” ໄດ້ຂຽນໜັງສືຂໍໂທດເຖິງຫານຈັດຕັ້ງແລ້ວ

    ຜູ້ແຕ່ງເພງ ເຮັດນົມສາບໍ່ຕ້ອງເຮັດນາ ແລະເພງ ອະສຽບອະ ໄດ້ຂຽນຫນັງຂໍໂທດເຖິງການຈັດຕັ້ງພັກ-ລັດ ແລະສັງຄົມ ກ່ຽວກັບເນື້ອຫາເພງທີ່ມີເນື້ອໃນລາມົກອານາຈານ.
    – ອີງຕາມ ກົດໝາຍ ວ່າດ້ວຍສິລະປະການສະແດງ ເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ 2017

    – ອີງຕາມ: ກົດໝາຍ ວ່າດ້ວຍສື່ມວນຊົນ ເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2015; ອີງຕາມແຈ້ງການ ຂອງຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເລກທີ 17/ຫກ, ລົງວັນທີ 14 ມັງກອນ 2022;
    – ອີງຕາມ: ບົດບັນທຶກກອງປະຊຸມລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງ ຫຼວງພະບາງ ແລະ ທ້າວ ພິມມະສອນ ພິລາຈັນ ຄັ້ງວັນທີ 17 ມັງກອນ 2022.

    ຂ້າພະເຈົ້າ ຊື່ ທ້າວ ພິມມະສອນ ພິລາຈັນ, ສັນຊາດ ລາວ, ອາຍຸ 31 ປີບ້ານຢູ່ປັດຈຸບັນຊຽງແກ້ວ, ນະ ຄອນ ຫຼວງພະບາງ ແຂວງຫຼວງພະບາງ, ຂໍອອກມາຂໍໂທດຕໍ່ອົງການຈັດຕັ້ງພັກ-ລັດ ແລະປະຊາຊົນທຸກຊັ້ນຄົນໃນ ທົ່ວສັງຄົມ ຕໍ່ກັບບົດເພງທີ່ຕົນໄດ້ປະດິດຄິດແຕ່ງຂຶ້ນຊື່ເພງ

    ເຮັດນົມສາບໍ່ຕ້ອງເຮັດນາ ແລະ ເພງອະສຽບອະ ເຊິ່ງ ມີເນື້ອຫາລາມົກອະນາຈານ ບໍ່ສອດຄ່ອງກັບວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ, ທັງບໍ່ໄດ້ຜ່ານການ ກວດກາ ແລະອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ເກີດມີຫາງສຽງສັງຄົມວິພາກວິຈານຕ່າງໆນາໆ ຂ້າພະ ເຈົ້າຈຶ່ງຂໍຍອມຮັບຜິດຊອບຕໍ່ການກະທໍາຜິດໃນຄັ້ງນີ້

    ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ແລະຂໍສືບບົດເພງດັ່ງກ່າວອອກ ຈາກທາງສືສັງຄົມອ່ອນລາຍຂອງຂ້າພະເຈົ້າທັງໝົດ. ຂໍໃຫ້ອົງການຈັດຕັ້ງພັກ-ລັດ ແລະປະຊາຊົນທຸກຊັ້ນຄົນໃນທົ່ວ ສັງຄົມ ໃຫ້ອະໄພແກ່ຂ້າພະເຈົ້າມານະໂອກາດນີ້ດ້ວຍ, ຂ້າພະເຈົ້າຂໍປະຕິຍານວ່າ: ຖ້າຫາກກະທໍາຜິດອີກຄັ້ງ ຂໍໃຫ້ ອົງການ

    ຈັດຕັ້ງພັກ-ລັດ ດຳເນີນຄະດີ ຕາມລະບຽບ ແລະກົດໝາຍທີ່ໄດ້ກໍານົດໄວ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.