ຮຸນແຮງ..!! ແຜ່ນດິນໄຫວທີ່ ອັຟການິສະຖານ ຂະໜາດ 5.6 ຣິກເຕີ່ ເສຍຊີວິດແລ້ວຢ່າງໜ້ອຍ 22 ຄົນ.

    0
    273

    ມື້ນີ້ (18 ມັງກອນ 2022) ເກີດເຫດແຜ່ນດິນໄຫວຮຸນແຮງຂະໜາດ 5.6 ຣິກເຕີ ໃນແຂວງແບດກີສ ທາງພາກຕາເວັນຕົກຂອງອັຟການິສະຖານ ເຮັດໃຫ້ບ້ານເຮືອນຖະຫຼົ່ມລົງເຫຼືອແຕ່ຊາກ ເຊິ່ງເຈົ້າໜ້າທີ່ທ້ອງຖິ່ນໄດ້ເຜີຍພາບຄວາມເສຍຫາຍທີ່ເກີດຂື້ນ.

    ແບຊ ໂມຮາມັສ ຊາຣ໌ວາຣີ ຜູ້ອຳນວຍການສຳນັກງານຂໍ້ມູນ ແລະ ວັດທະນະທຳຂອງແຂວງແບດກີສ ກວ່າວ່າ: ລາຍງານເບື້ອງຕົ້ນພົບວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ ເຊິ່ງລວມທັງຜູ້ຍິງ ແລະ ເດັກນ້ອຍ ແລະ ບາດເຈັບອີກ 4 ຄົນ. ຄາດວ່າຜູ້ເສຍຊີວິດອາດຈະເພີ່ມສູງຂື້ນກວ່ານີ້ ແລະ ທ່ານຍັງກ່າວເພີ່ມເຕີມອີກວ່າ ເກີດຝົນຕົກໜັກໃນພື້ນທີ່ປະສົບໄພອີກດ້ວຍ.

    ມຸລເລາະ ຈານັນ ແຊເກ ຫົວໜ້າສູນປະຕິບັນການສະຖານະການສຸກເສີນຂອງກະຊວງສະຖານະການສຸກເສີນ ໄດ້ຢືນຢັນໂຕເລກຜູ້ເສຍຊີວິດ ແລະ ບອກວ່າ: ມີບ້ານເຮືອນກວ່າ 700 ຫຼັງໄດ້ຮັບຄວາມເສຍຫາຍ.

    ສູນແຜ່ນດິນໄຫວ ເອີຣົບ-ເມດີເຕີເຣນຽນ ລະບຸວ່າ ແຜ່ນດີໄຫວຄັ້ງນີ້ລຶກປະມານ 30 ກິໂລແມັດ ມີຈຸດສູນກາງຢູ່ທີ່ນອກເມືອງຄາລາ-ເອ-ນອລ ເມືອງຫຼວງຂອງແບດກີສ. ທັງນີ້, ອັຟການິສະຖານ ປະສົບເຫດແຜ່ນດິນໄຫວຕະຫຼອດ ໂດຍສະເພາະໃນພື້ນທີ່ແຖບແນວເຊື່ອມຕໍ່ລະຫວ່າງແຜ່ນເປືອກໂລກຢູເຣເຊຍ ແລະ ແຜ່ນເປືອກໂລກອິນເດຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.