6 ປັດໄຈ ທີ່ເຮັດໃຫ້ກິລາບານເຕະທີມຊາດລາວບໍ່ມີການພັດທະນາ

    0
    202

    6 ປັດໄຈ ທີ່ເຮັດໃຫ້ກິລາບານເຕະທີມຊາດລາວບໍ່ມີການພັດທະນາ

    ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວໃນ ໂອກາດຖະແຫລງຂ່າວຕໍ່ສື່ມວນຊົນຄັ້ງວັນທີ 7 ມັງກອນ 2022 ວ່າ: ສຳລັບການແຂ່ງຂັນບານເຕະ AFF SUZUKICUP 2020 ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 5 ທັນວາ 2021 ຫາ ວັນທີ 1 ມັງກອນ 2022 ທີມ ຊາດລາວບໍ່ສາມາດຍາດໄດ້ໄຊຊະນະຈັກຄະແນນນັ້ນ ມີຢູ່ 6 ປັດໄຈຄື:

    ອັນທີໜຶ່ງ ການເຄື່ອນໄຫວກິລາທຸກປະເພດຢູ່ບ້ານ ເຮົາໄດ້ຖືກໂຈະການເຄື່ອນໄຫວມາເປັນເວລາ 2 ປີກ ວ່າ, ຊໍ້າບໍ່ໜໍາ ໄດ້ຫັນເອົາສະໜາມກິລາ ແລະ ສູນ ຝຶກກິລາບານເຕະເປັນໂຮງໝໍພາກສະໜາມເພື່ອ ປິ່ນປົວຜູ້ທີ່ຕິດເຊື້ອໂຄວິດ-19.

    ອັນທີສອງ: ຄູ່ແຂ່ງເຂົາມີຄວາມພ້ອມຫລາຍກວ່າ ເກັ່ງກວ່າ ແລະ ມີຫລາຍສະໂມສອນອາຊີບ ຕົວຢ່າງ ຫວຽດນາມມີເຖິງ 14 ສະໂມສອນ, ມາເລເຊຍມີ 12 ສະໂມສອນ, ອິນໂດເນເຊຍ 18 ສະໂມສອນ, ກຳປູເຈຍມີ 13 ສະໂມສອນ, ສ່ວນລາວເຮົາແມ່ນ ບໍ່ມີສະໂມສອນອາຊີບຈັກສະໂມສອນເລີຍ.

    ອັນທີສາມ: ເຂົາມີນັກເຕະອາຊີບທີ່ໄປຄ້າແຄ່ງຢູ່ລີກ ສາກົນໃນຫລາຍປະເທດ ບໍ່ວ່າໃນເອີຣົບ ແລະ ອາຊີ.
    ອັນທີສີ່: ເວລາຝຶກຊ້ອມມີໜ້ອຍ.

    ອັນທີຫ້າ: ປະສົບປະການຂອງນັກເຕະລາວເຮົາບໍ່ ສູງ ສ່ວນຫລາຍມີແຕ່ຄົນໜຸ່ມນ້ອຍ ຜູ້ມີປະສົບ ປະການແດ່ກໍຖືກອົງການບານເຕະສາກົນລົງໂທດ ເຖິງ 45 ຄົນ.

    ອັນທີ 6: ແມ່ນບໍ່ມີເງິນພຽງພໍໃນການລົງທຶນຈ້າງຄູ ຝຶກລະດັບສູງມາຝຶກແອບນັກກິລາບານເຕະທີມ ຊາດບ້ານເຮົາໃຫ້ກ້າວໜ້າພັດທະນາ ແລະ ທັນສະໄໝຄືບ້ານເຂົາ.

    ນີ້ຄື 6 ປັດໄຈຫລັກໆໃນການປະລາໄຊຂອງທີມຊາດ ລາວເຮົາທີ່ໄປຮ່ວມແຂ່ງຂັນຊຸຊູກິຄັບ 2020 ເມື່ອບໍ່ ດົນມານີ້.
    ແນວໃດກໍຕາມ, ໃນເມື່ອເຮົາເຫັນບັນດາປັດໄຈທີ່ ພາໃຫ້ວົງການບານເຕະ ໂດຍສະເພາະບານເຕະ ທີມຊາດບ້ານເຮົາປະສົບຄວາມຫລົ້ມເຫລວແລ້ວ ເຮົາກໍຕ້ອງມີວິທີແກ້ໄຂບໍ່ໃຫ້ແກ້ຕົວ

    ເພາະທຸກຢ່າງ ມັນຂຶ້ນກັບຄົນເປັນຜູ້ເຮັດ ແລະ ເປັນຜູ້ສ້າງມັນຂຶ້ນ ມາ ດັ່ງສຸພາສິດເຂົາວ່າ: ມີເງິນເຕັມພາ ບໍ່ທໍ່ຜະຫຍາ ເຕັມປູມ. ໃນອະນາຄົດຕໍ່ໜ້າ ຄົນລາວ ປະຊາຊົນ ລາວ ແລະ ແຟນບານຊາວລາວທຸກທົ່ວໜ້າຢາກ ເຫັນການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ ຂອງທີມຊາດລາວເໝືອນດັ່ງປະເທດອື່ນໆໃນອາ ຊຽນ.

    ກິລາບານເຕະທີມຊາດບ້ານເພິ່ນມີການ ພັດທະນາ ສ່ວນກິລາບານເຕະບ້ານໂຕໄດ້ຍິນແຕ່ ຂ່າວບໍ່ດີ, ຊໍ້າບໍ່ໜໍາ ພັດມີຂ່າວວ່າພາກັນລົ້ມບານ ມັນລະປຸກກວ່າຢາບ້ານຫ້ອມ.

    ທີ່ມາ: ໜັງສືພິມລາວພັດທະນາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.