ຮືຮາເຈົ້າສາວ 2022 ແຮ່ຂັນໝາກສູ່ຂໍເຈົ້າບ່າວ

    0
    231

    ກາຍເປັນທີ່ຮືຮາເທິງໂລກໂຊຊຽວ ເມື່ອສາວລາຍໜຶ່ງໄດ້ໂພສພາບພ້ອມຂໍ້ຄວາມຜ່ານທາງເຟສບຸກຊື່ ອາແບນ້ອຍ ເປັນພາບງານແຕ່ງທີ່ຝ່າຍຍິງເປັນຝ່າຍໄປສູ່ຂໍຝ່າຍຊາຍເອງ ເປັນພາບບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນເປັນຈຳນວນຫຼວງຫຼາຍ

    ເຟສບຸກຊື່ ອາແບນ້ອຍ ໄດ້ໂພສພາບບັນຍາກາດການຢ່າງພິທີໄປສູ່ຂໍເຈົ້າບ່າວເຖິງເຮືອນ ພ້ອມແຄັບຊັ່ນວ່າ ສິນສອດລູກຊາຍແມ່ເທົ່າໃດນໍ້ ເຈົາສາວຍຸກ ພ.ສ 2565 ແຫ່ຂັນໝາກໄປສູ່ຂໍເຈົ້າບ່າວ ຢາກໄດ້ລູກຊາຍເພິ່ນກໍ່ຕ້ອງລົງທຶນລະຫວາ

    ຂອບໃຈຊ່າງພາບ Copter Rmu ແລະ ຂອບໃຈເສື້ອຜ້າໜ້າຜົມຈາກຮ້ານ ເຮືອນນາງງາມຄຸນທັອບ ຄ່າຈັດງານລວມທັງໝົດ 290.000 ບາດຖ້ວນ ຄ່າຊອງກັບຄ່າໝັດແຂນລວມທັງໝົດ 140.000 ບາດຖ້ວນ ກໍ່ຖືວ່າໄດ້ອອກເຄິ່ງໜຶ່ງ

    ຂອບໃຈໝູ່ເພື່ອນຍາດຕິພີ່ນ້ອງຍາດຜູ້ໃຫຍ່ທຸກໆທ່ານທີ່ມາຮ່ວມສະແດງຄວາມຍິນດີກັບເຮົາທັງ 2 ຄົນ ຮູ້ສຶກປາບປື້ມຕື້ນຕັນໃຈມີຄວາມສຸກທີ່ສຸດໃນຊີວິດຂອງຂ້ອຍເລີຍ ຮູບພາບດຽວຈະທະຍອຍລົງໃຫ້ເດີ້ ບໍ່ໄດ້ຖ່າຍຮູບກັບໃຜກໍ່ຂໍໂທດຂໍອະໄພ ເນື່ອງຈາກແຂກໃນງານເຮົາຫຼາຍອີ່ຫຼີ

    ສຳຫຼັບເຈົ້າສາວປ້າຍແດງຄົນງາມຄົນນີ້ ຊາບຊື່ຄື ນາງສຸວະນັນ ບຸບຜາມະຕະນັງ ອາຍຸ 26 ປີ ສ່ວນເຈົ້າບ່າວຊື່ ທ້າວ ຊາລັນທອນ ເຄແສງ ອາຍຸ 23 ປີ ງານແຕ່ງຂອງທັງສອງຄົນໄດ້ຈັດຂຶ້ນດ້ວຍບັນຍາກາດສຸດມ່ວນຊື່ນ ອ້ອມລ້ອມໄປດ້ວຍຍາດຜູ້ໃຫຍ່ ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຈັດງານຂຶ້ນທີ່ ເຮືອນເລກທີ່ 65 ມ.4 ຕ.ໂນນສິລາ ອ.ໂນນສິລາ ຈ.ຂອນແກ່ນ

    ດ້ານເຈົ້າສາວເຜີຍວ່າ ຕົນກັບສາມີນັ້ນໄດ້ຄົບຫາເບິ່ງໃຈກັນມາແລ້ວກ່ວາ 3 ປີ ເມື່ອຄວາມຮັກເດີນທາງເຂົາສູ່ປີທີ່ 4 ຈຶ່ງໄດ້ຕັດສິນໃຈແຕ່ງງານກັນ ແລະ ມີເລີກງາມຍາມດີວັນທີ່ 9 ມັງກອນ 2565 ດ້ານເຈົ້າສາວຍັງໄດ້ເຜີຍເຖິງເຫດຜົນທີ່ຕົນເປັນຝ່າຍສູ່ຂໍເຈົ້າບ່າວວ່າ ເນື່ອງຈາກມີຂໍ້ຈຳກັດຫຼາຍຢ່າງແລະໜຶ່ງໃນນັ້ນກໍ່ຄື ຜູ້ໃຫຍ່ຜູ້ເຖົ້າແນະນຳວ່າ ຕົນເປັນຝ່າຍຍິງ ເຂົ້າມາອາໄສຢູ່ເຮືອນແລະຊ່ວຍເຮັດວຽກເຮືອນເຈົ້າບ່າວມາດົນແລ້ວ ດັ່ງນັ້ນຈຶ່ງຕ້ອງແກ້ເຄັດເພາະເຂົ້າມາຢູ່ກ່ອນແຕ່ງ

    ເຈົ້າສາວຍັງໄດ້ເຜີຍອີກວ່າ ທີ່ເຮືອນຕົນນັ້ນຂະນະນີ້ບໍ່ເໝາະແກ່ການຈັດງານແຕ່ງງານ ເນື່ອງຈາກວ່າມີພື້ນທີ່ແຄບ ບໍ່ຕົງຕາມມາດຕະການປ້ອງກັນ Covid-19 ຂອງທາງຈັງຫວັດ ໂດຍສະເພາະເລື່ອງການເວັ້ນລະຍະຫ່າງທາງສັງຄົມ ສຸດທ້າຍຈຶ່ງປ່ຽນມາໃຊ້ເຮືອນເຈົ້າບ່າວຈັດງານແທນຈະເໝາະສົມກ່ວາ

    ປີ 2022 ແລ້ວແອັດມິນເບິ່ງວ່າບໍ່ວ່າຝ່າຍຍິງຫຼືຊາຍເປັນຝ່າຍໄປສູ່ກ່ອນ ລ້ວນເປັນສິ່ງທີ່ງົດງາມແລະໜ້າຮັກທີ່ສຸດເລີຍ ແອັດມິນຂໍສະແດງຄວາມຍິນດີກັບຄູ່ບ່າວສາວ ໃນງານພິທີສະຫຼອງສົມລົດນີ້ດ້ວຍ ແລະຂໍໃຫ້ທັງຄູ່ມີຄວາມສຸກຫຼາຍໆ ຮັກກັນ ເບິ່ງແຍງກັນແລະກັນໄປຕະຫຼອດ ມີລູກເຕັມບ້ານຫຼານເຕັມເມືອງເດີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.