ອຸຕຸ​ແຈ້ງ​ ສະພາບອາກາດອາທິດນີ້ຈະໜາວເຢັນລົງ 1-3 ອົງສາ​ ພ້ອມມີຝົນຕົກ

0
236

ຢ່າລືມ​ຮັກສາ​ສຸຂະພາບ​ເດີ້‼️ ອຸຕຸ​ແຈ້ງ​ ສະພາບອາກາດອາທິດນີ້ຈະໜາວເຢັນລົງ 1-3 ອົງສາ​ ພ້ອມມີຝົນຕົກກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 17 ຫາ 23 ມັງກອນ 2022​ ວ່າ: ໄລຍະວັນທີ 17 ຫາ 23 ມັງກອນນີ້ ມວນອາກາດເຢັນຈາກປະເທດຈີນ ຈະເພີ່ມກຳລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ພ້ອມດຽວກັນລົມ

ຕາເວັນອອກສ່ຽງເໜືອຈະພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ລົງ 1 ຫາ 3 ອົງສາ ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.​

ພ້ອມມີຄຳເຕືອນແຈ້ງເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ ອາກາດໜາວເຢັນຫຼາຍ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.