ຄົນລາວ 7 ຄົນ ລັກລອບເຂົ້າໄທຍ ແລ້ວຖືກຈັບ

    0
    176

    ແລງວັນທີ 14 ມັງກອນ 2022, ເຈົ້າໜ້າທີ່ຕຳຫລວດ ເມືອງສັງຄົມ ແຂວງໜອງຄາຍ ຈັບຊາວລາວ 7 ຄົນ ທີ່ລັກລອບຂ້າມໄປໄທຍ ແບບຜິດກົດໝາຍ ໂດຍຂີ່ເຮືອຫາປາ ທີ່ຂ້າມມາຈາກ ເມືອງສັງທອງ ນະຄອນຫຼວງວຽງຈັນ

    ເມື່ອເວລາ 19:00 ໂມງ ຂອງວັນທີ 14 ມົກກະຣາ 2022, ໜ່ວຍເຮືອຮັກສາຄວາມສງົບ ຮຽບຮ້ອຍ ຕາມລຳແມ່ນ້ຳຂອງ ແລະ ກອງກຳລັງທະຫານພຣານ ຊຸດສຸຣະສັກມົນຕຣີ ເມືອງສັງຄົມ ແຂວງໜອງຄາຍ ໄດ້ຮ່ວມກັນຈັບ ຊາວລາວ 7 ຄົນ ທີ່ລັກລອບຂ້າມໄປໄທຍ ແບບຜິດກົດໝາຍ ໂດຍຂີ່ເຮືອຫາປາ ທີ່ຂ້າມມາຈາກ ເມືອງສັງທອງ ນະຄອນຫຼວງວຽງຈັນ.

    ເບື້ອງຕົ້ນ, ຊາວລາວທັງໝົດ ໄດ້ຍອມຮັບວ່າ ເປັນຊາວບ້ານ ບ້ານຄົກມັນ, ນະຄອນຫຼວງພຣະບາງ ແຂວງຫຼວງພະບາງ. ພວກເຂົາໄດ້ຂ້າມມາ ທີ່ເມືອງສັງຄົມ ແຂວງໜອງຄາຍ ເພື່ອຈະໄປຕໍ່ ທີ່ແຂວງຈັນທະບູຣີ ຂອງໄທຍ ໂດຍຈະມີຄົນໄທຍມາຮັບ, ແຕ່ພັດຖືກເຈົ້າໜ້າທີ່ໄທຍ ຈັບໂຕກ່ອນ.

    ຕໍ່ກັບການຈັບຄົນລາວດັ່ງກ່າວນີ້, ເຈົ້າໜ້າທີ່ໄທຍ ໄດ້ນຳໂຕຄົນລາວທັງ 7 ຄົນ ໄປທີ່ສຖານີຕຳຣວຈ ເມືອງສັງຄົມ ແຂວງໜອງຄາຍ ເພື່ອສອບຖາມ ຫາຂໍ້ມູນເພີ່ມຕື່ມ.

    ຈາກນັ້ນ, ກໍຈະດຳເນີນການ ຕິດຕໍ່ທາງການລາວ ເພື່ອທຳການສົ່ງໂຕທັງໝົດ ກັບຄືນປະເທດລາວ ໃນລະຫວ່າງ ວັນທີ 15-17 ມັງກອນ ນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.